ທ່ານ Le Hong Anh ກ່າວຄຳເຫັນທີ່ກອງປະຊຸມສື່ມວນຊົນ
ພາບ:hanoimoi.com
|
(vovworld) - ຕອນເຊົ້າວັນທີ 30/3 ຢູ່ ແຂວງ Quang Ninh ໄດ້ດຳເນີນກອງປະຊຸມພະນັກງານສື່ມວນຊົນທົ່ວປະເທດ ເພື່ອຜັນຂະຫຍາຍຫນ້າທີ່ປີ 2012. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Le Hong Anh ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ ໄດ້ເນັ້ນຫນັກເຖິງບັນດາຫນ້າທີ່ຈຸດສຸມຊຶ່ງອົງການສື່ມວນຊົນຄວນສຸມໃສ່ໂຄສະນາໃນປີນີ້ເພື່ອໃຫ້ອົງການສື່ມວນຊົນກາຍເປັນຂົວເຊື່ອມຕໍ່ລະຫວ່າງ ພັກ ກັບປະຊາຊົນ.
“ອົງການສື່ມວນຊົນໃນທົ່ວປະເທດຄວນສຸມໃສ່ໂຄສະນາເລື່ອງຊາບຊືມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ເຂົ້າສູ່ຊີວິດຢ່າງມີປະສິດທິຜົນ, ຍູ້ແຮງວຽກງານໂຄສະນາມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ 4 ຊຸດທີ 11. ອົງການສື່ມວນຊົນຄວນສຸມໃສ່ໂຄສະນາບັນດາມາດຕະການຊີ້ນຳນຳພາບໍລິຫານຂອງລັດຖະບານ, ຍົກສູງສະຕິຄວາມຮັບຮູ້ໃນການປ້ອງກັນ ແລະ ຕ້ານໄພທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາບັນຫາກ່ຽວກັບອະທິປະໄຕທະເລ ແລະ ໝູ່ເກາະ, ຮັບປະກັນເອກະລາດອະທິປະໄຕຂອງປະເທດຊາດ ພ້ອມທັງຮັກສາຄວາມສັນຕິພາບ, ມິດຕະພາບ, ການຮ່ວມມື ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.”