ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນພາກພື້ນ ອາຊີ - ປາຊິກຟິກ ຄັ້ງທີ 11 ຕອບສະໜອງມາດຖານສີຂຽວ, ປົກປັກຮັກສາສິ່ງແວດລ້ອມ

(VOVWORLD) - ຈຸດໃໝ່ຂອງກອງປະຊຸມເຊິ່ງໄດ້ຈັດຂຶ້ນ 4 ປີຕໍ່, ຫວຽດນາມ ເປັນປະເທດເຈົ້າພາບກອງປະຊຸມ, ຈະ “ຫັນເປັນສີຂຽວ” ທຸກການເຄື່ອນໄຫວຂອງກອງປະຊຸມ
ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນພາກພື້ນ ອາຊີ - ປາຊິກຟິກ ຄັ້ງທີ 11 ຕອບສະໜອງມາດຖານສີຂຽວ, ປົກປັກຮັກສາສິ່ງແວດລ້ອມ - ảnh 1ການຖະແຫຼງຂ່າວຂອງ AP11

ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງ ສາກົນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP11) ຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 20 – 23 ພະຈິກ. ຈຸດໃໝ່ຂອງກອງປະຊຸມເຊິ່ງໄດ້ຈັດຂຶ້ນ 4 ປີຕໍ່, ຫວຽດນາມ ເປັນປະເທດເຈົ້າພາບກອງປະຊຸມ, ຈະ “ຫັນເປັນສີຂຽວ” ທຸກການເຄື່ອນໄຫວຂອງກອງປະຊຸມ, ຈາກເນື້ອໃນຕະຫຼອດຮອດຮູບແບບການຈັດຕັ້ງ, ໄດ້ສະແດງຄວາມເອົາໃຈໃສ່ ແລະ ໃຫ້ບຸລິມະສິດຂອງ ຫວຽດນາມ ໃນບັນຫາປົກປັກຮັກສາສິ່ງແວດລ້ອມ.

        ທ່ານນາງ ບຸ່ຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ:

        “ການເຄື່ອນໄຫວດ້ານສື່ສານທັງໝົດໄດ້ຫລຸດຜ່ານການນຳໃຊ້ປ້າຍຄຳຂວັນ, ໂດຍຈະປ່ຽນແທນດ້ວຍການນຳໃຊ້ໜ້າຈໍ LED ເພື່ອສະແດງຂໍ້ມູນ, ສານຂອງກອງປະຊຸມ. ບັນດາເຄື່ອງຂອງປະດັບປະດາທີ່ກອງປະຊຸມກໍ່ເຮັດຈາກວັດຖະດິບທີ່ເປັນມິດກັບສິ່ງແວດລ້ອມ. ພວກຂ້າພະເຈົ້າຈຳກັດການນຳໃຊ້ເລື່ອງປ່ອຍອາຍພິດກາກບອນ, ຄະນະຈັດຕັ້ງໄດ້ສົມທົບກັບ VinFast ເພື່ອນຳໃຊ້ລົດໄຟຟ້າໃນການຮັບ - ສົ່ງຜູ້ແທນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ