ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດວຽກງານເສນາລັກການແພດປະຊາຊົນເຂດໄຕບັກ

ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດວຽກງານເສນາລັກການແພດປະຊາຊົນເຂດໄຕບັກ - ảnh 1
(ກອງ​ປະຊຸມ​ສະຫຼຸບ 5 ປີ​ແຫ່ງການ​ປະຕິບັດ​ວຽກ​ງານ​
ເສນາ​ລັກການ​ແພດ​ປະຊາຊົນເຂດ​ໄຕ​ບັກ)


(vovworld) – ຕອນ​ເຊົ້າ​ວັນ​ທີ 09/04, ຢູ່​ແຂວງ​ຟຸທ້ໍ, ຄະນະ​ຊີ້​ນຳ​ເຂດ​​ຕາເວັນຕົກສ່ຽງເໜືອ (ເຂດໄຕ​ບັກ) ​ໄດ້​ສົມທົບ​ກັບ​ກະຊວງ​ປ​້ອງກັນ​ປະ​ເທດ, ກະຊວງ​ສາທາລະນະ​ສຸກ ​​ຈັດ​ກອງ​ປະຊຸມ​ສະຫຼຸບ 5 ປີ​ແຫ່ງການ​ປະຕິບັດວຽກ​ງານສົມທົບລະຫວ່າງ​ເສນາ​ລັກ ​ແລະ ການ​ແພດ​ປະຊາຊົນ​ເຂດ​ໄຕ​ບັກ ​ໄລຍະ 2009 – 2014. ກ່າວ​ຄຳ​ເຫັນຊີ​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ, ຮຽກຮ້ອງ: ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ສົມທົບ​ກັນລະ​ຫວ່າງ​​ເສນາ​ລັກ ​ແລະ ​ການ​ແພດປະຊາຊົນ, ຖື​ນີ້​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ​ຍາວ​ນານ, ​ແມ່ນ​ມາດ​ຕະການ​ຍຸດ​ທະ​ສາດ​ໃນ​ພາລະກິດ​ສົ່ງ​ເສີມ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ ​ແລະ ສ້າ​ງພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ນຳ​ສືບ​ຕໍ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ໃນ​ການ​ຄຸ້ມ​ຄອງ, ຊີ້​ນຳ, ບໍລິຫານ​ຂອງ​ຄະນະ​ເສນາ​ລັກ - ການ​ແພດ​ປະຊາຊົນ​ທຸກ​ຂັ້ນ, ​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ດ້ານ​ຈຳນວນຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນມະນຸດ​ໃຫ້​ບັນດາ​ຮາກ​ຖານ​ປິນປົວ​ພະຍາດລະຫວ່າງ​ເສນາ​ລັກ ​ແລະ ກາ​ນ​ແພດ​ປະຊາຊົນ.

        ຜ່ານ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ “ກອງທັບ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສຸຂະພາບ​ປະຊາ​ຄົມ”, ບັນດາ​ກຳລັງ​ກວດ, ປິນປົວ​ພະຍາດ, ​ແຈກ​ຢາຍຢຸກຢາ​ໂດຍ​ບໍ່​​ເສຍ​ຄ່າ, ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ​ໃຫ້​ກວ່າ 18.000 ​ເທື່ອຄົນ, ມອບ​ຂອງຂວັນ​ໃຫ້​ເປົ້າ​ໝາຍ​ນະ​ໂຍບານ, ຄົນ​ທຸກ​ຍາກ​ໃຫ້​ກວ່າ 1.000 ຄົນ, ມອບ​ອຸປະກອນ​ການ​ແພດ​ໃຫ້​ສຸກສາລາຕາ​ແສງ​ 40 ​ແຫ່ງ​.

ຂ່າວ/ບົດ​ອື່ນ