ກອງປະຊຸມສະຫລຸບວຽກງານການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ

ກອງປະຊຸມສະຫລຸບວຽກງານການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ - ảnh 1
ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ
(ພາບ: qdnd)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 17/08 ຢູ່ ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປ​ະ​ເທດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ພົວພັນ​ປ້ອງ​ກັນຊາ​ດ​ກັບ​ຕ່າງປະ​ເທດໄລຍະ 2010 – 2015 ​ແລະ ສະຫລຸບ 2 ປີ​ຜັນ​ຂະຫຍາຍ​ມະຕິ 806 ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ພົວພັນ​​ດ້ານ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຍ້ອງຍໍຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ການ​ປະກອບ​ສວ່ນສຳຄັນ​ຂອງ​ວຽກ​ງານ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດ ​ແລະ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ​ຖື​ວ່າ: ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ພ້ອມ​ກັບ​ແນວ​ໂຮມ​ການຕ່າງປະ​ເທດ​ໃນ​ທົ່ວ​ປະ​ເທດ, ວຽກ​ງານ​ພົວພັນ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດຈະ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃໝ່ ດ້ວຍ​ຄວາມ​ສະດວກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ທ່ານ​ລັດຖະມົນຕີ​ສະ​ເໜີ​ວ່າ: ຄວນ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ມະຕິ​ຂອງ​ຄະນະ​ພັກ​ການ​ທະ​ຫານ​ສູນ​ກາງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການພົວພັນ​ປ້ອງ​ກັນຊາດກັບ​ຕ່າງປະ​ເທ​ດ. ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດດີ​ກ່ວາ​ອີກ, ທັງ​ມີ​ລັກສະນະ​ສັງ​ລວມ ທັງ​ມີ​ລັກສະນະ​ລວງ​ເລິກ.

 

ຂ່າວ/ບົດ​ອື່ນ