ກອງປະຊຸມສະໄຫມສາມັນເທື່ອທີ7ສະພາແຫ່ງຊາດຫວຽດນາມຊຸດທີ13ໄຂຂຶ້ນໃນຕອນເຊົ້າວັນທີ20/5

ກອງປະຊຸມສະໄຫມສາມັນເທື່ອທີ7ສະພາແຫ່ງຊາດຫວຽດນາມຊຸດທີ13ໄຂຂຶ້ນໃນຕອນເຊົ້າວັນທີ20/5 - ảnh 1
ພາບປະກອບ:internet


 (vovworld)-ຄາດ​ວ່າ​ກອງ​ປະຊຸມ​ດັ່ງກ່າວຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 20/5-24/6 ​ແລະ ຈະ​ປຶກສາ​ຫາລື​ຫລາຍ​ເນື້ອ​ໃນ​ສຳຄັນ. ​ເປັນ​ຫນ້າ​ສົນ​ໃຈ, ສະພາ​ແຫ່ງ​ຊາດ​ຈະ​ສະຫງວນ​ເວລາ​ເພື່ອ​ຮັບ​ຟັງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຟ້າມບີ​ງ​ມີ​ງ ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​​ເຂດ​ໄຫລ່​ທະ​ວີ​ບ, ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຂອງ​ຫວຽດນາມ. ​ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ນີ້​ທີ​່ການ​ປະຊຸມ​ຂ່າວ​ປະກາດ​​ແຜນການ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໃນ​ຕອນ​ບ່າ​ຍວັນ​ທີ 19/5 ຢູ່ ຮ່າ​ໂນ້ຍ,  ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

“ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ​ລັດຖະບານ ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫລັງຈາກ​ນັ້ນ ຈະ​ປຶກສາ​ຫາລື​ເຮັດ​ແຈ້ງ​ບັນດາ​ບັນຫາ. ສະພາ​ແຫ່ງ​ຊາດ​ຈະ​ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.”

ຂ່າວ/ບົດ​ອື່ນ