ກອງປະຊຸມສາກົນ ກ່ຽວກັບຄວາມປອດ ໄພທາງຄົມມະນາຄົມ ຢູ່ຫວຽດນາມ

ກອງປະຊຸມສາກົນ ກ່ຽວກັບຄວາມປອດ ໄພທາງຄົມມະນາຄົມ ຢູ່ຫວຽດນາມ  - ảnh 1

(ພາບ: vovgiaothong.vn)

(VOV)- ​ກ່າວ​ຄຳ​ເຫັນ​​ໄຂກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ຢູ່ຫວຽດນາມ ປີ 2012 ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​​ເຊົ້າວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ລັດຖະບານ​ຫວຽດນາມ ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ປະຕິບັດ​ຫຼາຍ​ມາດ​ຕະການ​ກ່ຽວ​ກັບຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​. ປີ 2012, ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​​ໄດ້​ມີ​ການ​ຫັນປ່ຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນໜັກ​ວ່າ:

   “ຕອບ​ສະໜອງ​ທົດ​ສະ​ວັດ​ເຄື່ອນ​ໄຫວ​ເພື່ອຄວາມ​ປອດ​ໄພ​ຄົມມະ​ນາຄົມ​ທາງບົກ​ໄລຍະ 2011-2020 ​ໂດຍ ສປຊ ປຸກລະດົມ, ລັດຖະບານ​ຫວຽດນາມ ໝັ້ນໝາຍ​ຮອດ​ປີ 2020 ຈະ​ຫລຸດຜ່ອນ 50 % ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ​ຍ້ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ເມື່ອ​ທຽບ​ກັບ​ປີ 2011. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້, ນອກຈາກ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວົງ​ຄະນາ​ຍາດ, ພວກ​ຂ້າພະ​ເຈົ້າຕ້ອງ​ຮ່ຳຮຽນ​ເອົາ​ບົດຮຽນ, ໝາກຜົນ​ຄົ້ນຄ້ວາຂອງ​ບັນດານັກ​ວິທະຍາສາດ, ນັກ​ວັດທະນະທຳ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ແນ່ນອນ​ວ່າ, ໝາກຜົນ​ຂອງ​ກອງ​ປະຊຸມຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ບັນດາ​ແຜນ​ຮ່າງ, ນະ​ໂຍບາຍ, ຍຸດ​ທະ​ສາດ, ​ແຜນການ​ຮັບປະກັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມນັບ​ທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ​ຢູ່​ຫວຽດນາມ

 

 

ຂ່າວ/ບົດ​ອື່ນ