ກອງປະຊຸມສາກົນອິດສະລາມຄັ້ງທີ 28 ກ່າວປະນາມທຸກຮູບການກໍ່ການຮ້າຍ

ກອງປະຊຸມສາກົນອິດສະລາມຄັ້ງທີ 28 ກ່າວປະນາມທຸກຮູບການກໍ່ການຮ້າຍ - ảnh 1
ພາບ​ປະ​ກອບ

(vovworld) - ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ວັນ​ທີ 9/1, ກອງ​ປະຊຸມ​ສາກົນ​ອິດສະ​ລາມ​ເອກະ​ພາບ​ຄັ້ງ​ທີ 28 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ ​ເຕ​ເຮຣານ, ປະ​ເທດ​ອີຣານ, ດ້ວຍ​ການ​ອອກ​ຖະ​ແຫຼ​ງການ​ຮ່ວມ ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຮີບ​ດ່ວນ, ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ໃນ​ປະຈຸ​ບັນ​ຂອງ​ໂລກ​ອິດສະ​ລາມ, ​ໃນ​ນັ້ນ​ມີ​ໄພ​ຂົ່ມຂູ່​ກໍ່​ການ​ຮ້າຍ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ກ່າວ​ປະນາມ​ທຸກ​ຮູບ​ການ​ກໍ່​ການ​ຮ້າຍ ​ແລະ ​ເນັ້ນ​ໜັກ​ສິດ​ຄັດຄ້ານ ​ແລະ ສິດ​ເປັນ​ທຳ​ຂອງ​ທຸກ​ປະ​ເທດ; ຮຽກຮ້ອງ​ໂລກ​ສາມັກຄີ​ກັນ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ, ຊຸກຍູ້​ການ​ພັດທະນາ​ລວມ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ​ອິດສະ​ລາມ. ກອງ​ປະຊຸມ​ກໍ່​ໄດ້​ສ້າງ​ຕັ້ງ​ບັນດາ​ກຸ່ມ​ຊ່ຽວຊານ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ການ​ຜັນ​​ແປ​ໃໝ່​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ການ​ຄ້າ, ຊາວ​ໜຸ່ມ, ນັກ​ສຶກສາ ​ແລະ ພັກ​ຝ່າຍ​ການ​ເມືອງ, ​ແມ່​ຍິງ ​ແລະ ມູນ​ເຊື້ອ​ໃນ​ໂລກ​ອິດສະ​ລາມ.


ຂ່າວ/ບົດ​ອື່ນ