ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອົດສະຕາລີ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອົດສະຕາລີ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ຫົວ​ຂ້ໍ
“ປະຊາ​ຄົມ​ສາກົນ ​ແລະ ​ດຸ່ນດຽງຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ”
(ພາບ: vietnam+)

(vovworld) ​ ຕອນ​ບ່າຍ​ວັນ​ທີ 01/12 ຢູ່​ນະຄອນຫລວງ Canberra ສະຖານທູດ ຍີ່ປຸ່ນ ປະຈຳ Canberra ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍບາຍ​ຍຸດ​ທະ​ສາດ ອົດ​ສະ​ຕາ​ລີ (ASPI) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ຫົວ​ຂ້ໍ “ປະຊາ​ຄົມ​ສາກົນ ​ແລະ ​ດຸ່ນດຽງຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ກອງ​ປະຊຸມ​ສຳ​ມະ​ນາ​ດຶງ​ດູດ​ເກືອບ 60 ຄົນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ບັນ​ລະ​ຍາຍ​ແມ່ນ​ບັນດາ​ນັກ​ຊ່ຽວຊານ​ແຖວ​ໜ້າ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຕາ​ເວັນ​ອອກ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ປະຖະນະ​ຖາ ​ເຫັນ​ດີ​ຖື​ວ່າ ທະ​ເລ​ຕາ​ເວັນ​ອອກ ພວມ​ປະ​ເຊີນ​ໜ້າ​ກັບ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ນັບ​ມື້​ນັບ​ເລິກ​ເຊິ່ງ ຊຶ່ງກ່ຽວຂ້ອງ​ເຖິງ​ບັນດາ​ປະ​ເທດທວງ​ເອົາ​ອະທິປະ​ໄຕ ​ແລະ ບັນດາ​ປະ​ເທດມະຫາ​ອຳນາດມີ​ຜົນ​ປະ​ໂຫຍ​ດຢູ່​ໃນ​ພາກ​ພື້ນ. ສິ່ງ​ທ້າ​ທາຍ​ສຳລັບ​ປະຊາ​ຄົມ​ສາກົນ​​ໃນ​ປະຈຸ​ບັນ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ຄວບ​ຄຸ​ມການ​ກະທຳ​ຂອງ ຈີນ, ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ ຂາດ​ຄວາມ​ສາມາດ ຫລື ບໍ່​ຢາກ​ເຂົ້າ​ຮ່ວມ​ບັນດາ​ການ​ແກ່ງ​ແຍ້​ງນີ້​ ​ໂດຍ​ກົງ.

 

ຂ່າວ/ບົດ​ອື່ນ