ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ)

    ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ) - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ(ສະ​ບັບ​ປັບ​ປຸງ)

(vovworld)- ວັນ​ທີ 3/8, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກຳ​ມາ​ທິ​ການ​ຍຸດ​ຕິ​ທຳ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ(ສະ​ບັບ​ປັບ​ປຸງ). ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລິວ ໄດ້​ເປັນ​ປະ​ທານ ກອງ​ປະ​ຊຸມ​ສຳ​ມະ​ນາ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມສ່ວນຫຼາຍໄດ້​ສະ​ເໜີ​ສື​ບ​ຕໍ່​ປະ​ຕ​ິບັດການ​ຕັດ​ສິນ ​ໂທດປະ​ຫານ​ຊີ​ວິດ​ສຳ​ລັບ​ອາດ​ຊະ​ຍາ​ກຳ​ທີ່​ມີ​ລັກ​ສະ​ນະ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ, ເປັນ​ຕົ້ນ​ແມ່ນ​ການ​ກະ​ທຳ​ຜິດ​ຮັບ​ສິນ​ບົນ ແລະ ສໍ້​ລາດ​ບັງຫຼວງ. ຮ່າງ​ປະ​ມວນ​ກົດ​ໝາຍ​ອາ​ຍາ(ສະ​ບັບ​ປັບ​ປຸງ) ໄດ້​ສ້າງ​ຂຶ້ນ​ໃນ​ສະ​ພາ​ວະ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍຫຼາຍ​ຈຸດ​ໃໝ່ ຊຶ່ງ​ຈຸດ​ສຸມ​ແມ່ນ​ປົກ​ປ້ອງ​ສິດ​ທິ​ທະ​ນຸດ, ສິດ​ພົນ​ລະ​ເມືອງ, ການກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ໂດຍ​ປະ​ຊາ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ.

 

 

ຂ່າວ/ບົດ​ອື່ນ