(vovworld) – ຕອນເຊົ້າວັນທີ 22/9, ຢູ່ນະຄອນ Tuy Hoa, ແຂວງ Phu Yen, ປະເທດຫວຽດນາມ. ສະຫະສະມາຄົມວິສາຫະກິດນະຄອນໂຮ່ຈິມິນ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດແຂວງ Phu Yen ຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວແຂວງ Phu Yen ປີ 2012. ເຂົ້າຮ່ວມກອງປະຊຸມສຳມະນາ, ມີຜູ້ຕາງໜ້າຂອງ 120 ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທີ່ກອງປະຊຸມສຳມະນາ, ການນຳແຂວງ Phu Yen ໄດ້ແນະນຳກັບວິສາຫະກິດຕ່າງໆກ່ຽວກັບບັນດາທ່າແຮງ, ຄວາມສາມມາດບົ່ມຊ້ອນດ້ານເສດຖະກິດ, ສັງຄົມ, ບັນດານະໂຍບາຍໃຫ້ບຸລິມະສິດໃນການລົງທຶນ, ຊ່ວຍໃຫ້ວິສາຫະກິດຊອກຫາກາລະໂອກາດລົງທຶນຢູ່ແຂວງ Phu Yen.
ຕີລາຄາບັນດາທ່າແຮງກ່ຽວກັບການດຶງດູດການລົງທຶນຂອງແຂວງ, ທ່ານ Pham Ngoc Hung, ຮອງປະທານຜູ້ປະຈຳການສະຫະສະມາຄົມວິສາຫະກິດນະຄອນໂຮ່ຈິມິນໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າຈະສວມບົດບາດເຊື່ອມຕໍ່ບັນດາວິສາຫະກິດນະຄອນໂຮ່ຈິມິນ ແລະ ບັນດາແຂວງ. ແຕ່ດົນນານແລ້ວ ພວກຂ້າພະເຈົ້າໄດ້ປະຕິບັດຢ່າງຕັ້ງໜ້າການເຊື່ອມຕໍ່ກັບບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ. ແຂວງ Phu Yen ແມ່ນແຫ່ງທຳອິດໃນການເດີນທາງໄປເຊື່ອມຕໍ່ກັບບັນດາວິສາຫະກິດພາກກາງຫວຽດນາມ. ແລະ ພວກຂ້າພະເຈົ້າຄິດວ່າ ບັນດາວິສາຫະກິດນະຄອນໂຮ່ຈິມິນ ວັນນີ້ ຈະເຊື່ອມຕໍ່ກັບບັນດາວິສາຫະກິດແຂວງ Phu Yen ຫຼາຍກວ່າອີກ.”