ກອງປະຊຸມສຳມະນາສາກົນອະນຸລັກຮັກສາກະສິກຳອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 3

ກອງປະຊຸມສຳມະນາສາກົນອະນຸລັກຮັກສາກະສິກຳອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 3 - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ອະນຸ​ລັກຮັກສາກະສິກຳ​​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
(ພາບ: cpv.org.vn)


(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 10 – 14/12, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ພ້ອມ​ກັບ​ສະຖານທູດ​ຝລັ່ງ ​ແລະ ອົດສຕາ​ລີ ປະຈຳ​ຫວຽດນາມ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ອະນຸ​ລັກຮັກສາກະສິກຳ​​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 3 ດ້ວຍ​ຫົວ​ຂໍ້​ວ່າ “ອະນຸລັກ​ຮັກສາກະສິກຳ​ກັບ​ການ​ຫາ​ລຽງ​ຊີບ​ທີ່ໝັ້ນຄົງ​ຢູ່​ເຂດ​ພູ​ດອຍ: ບັນດາ​ຂໍ້​ລິ​ເລີ່​ມ​ເພື່ອ​ຊາວ​ກະສິກອນ, ​ໂດຍ​ຊາວ​ກະສິກອນ ​ແລະ ຂອງ​ຊາວ​ກະສິກອນ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ”. ມີ​ຜູ້​ຊ່ຽວຊານ 100 ທ່ານ ຂຶ້ນ​ກັບ​ຂົງ​ເຂດ​ກະສິກຳ ​ແລະ ອະນຸ​ລັກທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​​ໄດ້ປຶກສາ​ຫາລື​ມາດ​ຕະການ​ຕ່າງໆເພື່ອ​ມຸ້ງ​ໄປ​ເຖິງ​ເປົ້າ​ໝາຍ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມອະນຸ​ລັກຮັກສາກະສິກຳ​​ພາຍ​ໃນ​ພາກ​ພື້ນ. ບັນດາ​ເນື້ອ​ໃນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງ​ທ້າທາຍທີ່​ມີ​ຕໍ່​ກະສິກຳ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບັນດາ​ຜົນ​ກະທົບ​ຂອງການ​ຜະລິດກະສິກຳ​ທີ່​ເປັນ​ມູນ​ເຊື້ອ​ຕໍ່​ກັບ​ລັກສະນະ​ໝັ້ນຄົງ​ຂອງ​​ຊີວະ​ນາໆ​ພັນ. ບັນດາ​ຜູ້​ຊ່ຽວຊານ​ກໍ​ຈະ​ຕີ​ລາຄາ​ຄວາມ​ໝາຍ​ເສດຖະກິດ​ສັງຄົມ​ຂອງ​ການ​ເລືອກ​​​ເຟັ້ນອະນຸ​ລັກຮັກສາກະສິກຳ​​, ​ເງື່ອນ​ໄຂ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍທີ່​ມີ​ຕໍ່​ການ​ພັດທະນາ​ການອະນຸ​ລັກຮັກສາກະສິກຳ​​ ​ແລະ ບັນດາ​ແງ່​ຫວັງອະນຸ​ລັກຮັກສາກະສິກຳ​​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.



ຂ່າວ/ບົດ​ອື່ນ