ກອງປະຊຸມສຳມະນາແຫ່ງຊາດ“70ປີແຫ່ງວັນປະຕິວັດເດືອນສິງຫາແລະວັນຊາດ2/9ກັບພາລະກິດປ່ຽນໃໝ່”

ກອງປະຊຸມສຳມະນາແຫ່ງຊາດ“70ປີແຫ່ງວັນປະຕິວັດເດືອນສິງຫາແລະວັນຊາດ2/9ກັບພາລະກິດປ່ຽນໃໝ່” - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “70 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ​ ແລະ​
ວັນຊາດ 2/9 ກັບ​ພາລະກິດ​ປ່ຽນ​ໃໝ່,​ ເຊື່ອມ​ໂຍງ​ ແລະ​ ພັດທະນາ”
(ພາບ: internet)

(vovworld) – ​ ກອງ​ປະຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “70 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ​ ແລະ​ ວັນຊາດ 2/9 ກັບ​ພາລະກິດ​ປ່ຽນ​ໃໝ່,​ ເຊື່ອມ​ໂຍງ​ ແລະ​ ພັດທະນາ” ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/8 ຢູ່​ ຮ່າ​ໂນ້ຍ, ​ໂດຍສະ​ພາ​ມະຫາ​ບັນ​ດີບ​ວິ​ທະຍາ​ສາດ​ສັງຄົ​ມ ຫວຽດນາມ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​. ບັນດາ​ຜູ້​ແທນ​ພ້ອມ​ກັນ​ແລກປ່ຽນ ​ແລະ ​ແບ່ງປັນ​ໝາກຜົນ​ແຫ່ງ​ການ​ຄົ້ນຄວ້າ​ຕ່າງໆ​ກ່ຽວ​ກັບ​ຄວາມ​ໝາຍ​ປະຫວັດສາດ​ຂອງການ​ປະຕິວັດ​ເດືອນ ສິງຫາ ປີ 1945, ສະຖາປະນາ​ປະ​ເທດ ຫວຽດນາມ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ສຳລັບ​ພາລະກິດ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຂອງ ຫວຽດນາມ ​ໃນ 70 ປີ​​ຜ່ານ​ມາ. ກອງ​ປະຊຸ​ມສຳ​ມະ​ນາ​ໄດ້ ຢືນຢັນ​ ບັນດາ​ຜົນງານ​ທີ່​​ໃຫຍ່​ຫລວງ​ຂອງ​ປະຊາຊົນ ຫວຽດນາມ ບັນລຸ​​ໄດ້​ໃນ 70 ປີຜ່ານ​ມາ, ພິ​ເສດ​ແມ່ນ​ເກືອບ 30 ປີ​ປ່ຽນ​ໃໝ່​ຮອບດ້ານ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ