ກອງ​ປະຊຸມ​ອອນ​ລາຍ ລະຫວ່າງ ​ເລຂາທິການ​ໃຫຍ່​ຄະນະ​ຊີ້​ນໍາ​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດນາມ - ຈີ​ນ ​ແລະ ຈີນ - ຫວຽດນາມ

(VOVWORLD) -  ວັນທີ 29 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ - ຈີນ ໄດ້ຈັດກອງປະຊຸມອອນລາຍກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ລົ໊ວຈາວໄຄວ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຈີນ - ຫວຽດນາມ.
ກອງ​ປະຊຸມ​ອອນ​ລາຍ ລະຫວ່າງ ​ເລຂາທິການ​ໃຫຍ່​ຄະນະ​ຊີ້​ນໍາ​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດນາມ - ຈີ​ນ ​ແລະ ຈີນ - ຫວຽດນາມ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ (ພາບ: ກະຊວງການຕ່າງປະເທດ)

       ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຫຼາຍມາດຕະການລະອຽດ ເຊັ່ນ ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ເສີມຂະຫຍາຍບົດບາດປະສານງານສັງລວມຂອງກົນໄກຂອງຄະນະຊີ້ນໍາການຮ່ວມມືສອງຝ່າຍ.

        ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ, ສົມທົບກັນໃນວຽກງານຄຸ້ມຄອງຊາຍແດນທາງບົກ ແລະ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາຊາຍແດນທາງບົກ ຫວຽດນາມ - ຈີນ ຄົບຮອບ 20 ປີ ແລະ 10 ປີ ແຫ່ງວັນຜັນຂະຫຍາຍເອກະສານນິຕິກໍາ 3 ສະບັບກ່ຽວກັບຊາຍແດນທາງບົກ; ດໍາເນີນການກວດກາປະສົມຢູ່ເຂດຊາຍແດນຕາມຂໍ້ກໍານົດຂອງ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ອະນຸສັນຍາຈັດແບ່ງເຂດ, ປັກຫຼັກໝາຍຊາຍແດນໃນຈຸດເວລາທີ່ເໝາະສົມ.

        ທ່ານຮອງລັດຖະມົນຕີ ເລຮວ່າຍຈູງ ກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນຂອງຫວຽດນາມ ຕໍ່ໜ້າບັນດາການຜັນແປຢ່າງສັບສົນຫວ່່າງມໍ່ໆມານີ້ ຢູ່ທະເລຕາເວັນອອກ; ຍົກໃຫ້ເຫັນກ່ຽວກັບສິດ, ຜົນປະໂຫຍດອັນຊອບທໍາຂອງຫວຽດນາມຕາມກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມື ແລະ ແກ້ໄຂຄວາມບໍ່ລົງລອຍກັນບົນຈິດໃຈ ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກັນ, ຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມລະຫວ່າງສອງຝ່າຍ ແລະ ກົດໝາຍສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ