ກອງປະຊຸມອາຊຽນກັບບັນດາຄູ່ຮ່ວມມືອາຂຽນ+1

ກອງປະຊຸມອາຊຽນກັບບັນດາຄູ່ຮ່ວມມືອາຂຽນ+1 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ
ການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
(ພາບ: Reuters)

(vovworld) ວັມທີ 5/8, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 48 AMM 48 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ຢູ່ ມາ​ເລ​ເຊຍ ​ດຳ​ເນີນ​​ການ​ພົບ​ປະ ອາ​ຊຽນ +1 ກັບ​ບັນດາປະ​ເທດ​ຄູ່​ຮ່ວມ​ມື​ລວມມີ: ຍີ່ປຸ່ນ, ສປປ.​ເກົາ​ຫຼີ, ຈີນ, ອິນ​ເດຍ, ກາ​ນາ​ດາ, ອົດສຕາ​ລີ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ນິວຊີ​ແລນ, ສະຫະພາບ​ເອີ​ລົບ, ລັດ​ເຊຍ, ພ້ອມ​ກັບ​ກອງ​ປະຊຸມ​ທີ່ກ່ຽວຂ້ອງ​ອືນໆ. ​ເນື້ອ​ໃນ​ສຳຄັນ​ຂອງ​ບັນດາກອງ​ປະຊຸມ​ນີ້ແມ່ນສຸມ​ໃສ່​ສຳ​ຫຼວດກວດຄືນ​​ບັນດາໂຄງການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ແຕ່ລະ​ປະ​ເທດ​ຄູ່​ຮ່ວມ​ມື, ພ້ອມ​ທັງ​ຊອກ​ຫາ​ບັນດາ​ໂຄງການ​ໃໝ່​ໃນ​ອະນາຄົດ. ພິ​ເສດ, ​ໂດຍ​ຜ່ານ​ບັນດາ​ກອງ​ປະຊຸມ ອາ​ຊຽນ +1 ຈະ​ເຮັດ​ໃຫ້​​ບົດບາດ​ຂອງ ອາ​ຊຽນ ​ໃນ​ບັນດາ​ກົນ​ໄກ​ຫລາຍ​ຝ່າຍພົ້ນ​ເດັ່ນຂຶ້ນ​ຄື: ອາຊີ​ຕາ​ເວັນອອກ, ARF,  ADMM+…




ຂ່າວ/ບົດ​ອື່ນ