ກອງປະຊຸມເຈົ້າໜ້າທ່ີອາວຸໂສເຂດ3ຫລ່ຽມພັດທະນາຄັ້ງທີ10

ກອງປະຊຸມເຈົ້າໜ້າທ່ີອາວຸໂສເຂດ3ຫລ່ຽມພັດທະນາຄັ້ງທີ10 - ảnh 1
(ກອງປະຊຸມເຈົ້າໜ້າທ່ີອາວຸໂສເຂດ3ຫລ່ຽມພັດທະນາຄັ້ງທີ 10)

(vovworld) - ກອງປະຊຸມເຈົ້າໜ້າທ່ີອາວຸໂສເຂດ 3 ຫລ່ຽມພັດທະນາ ຄັ້ງທີ 10 (SOM) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 10/12, ຢູ່​ແຂວງ ຈຳ​ປາ​ສັກ, ພາກ​ໃຕ້​ລາວ. ເປັນ​ປະທານ​ຮ່ວມກອງ​ປະ​ຊຸມ​ແມ່ນທ່ານ​ຫົວ​ໜ້າ​ຄະ​ນະ SOM ປະ​ເທດ​ເຈົ້າ​ພາບ​ສ​ປ​ປ.ລາວ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ​ລາວ; ​ທ່ານ ຫົວ​ໜ້າ​ຄະ​ນະ SOM ກຳ​ປູ​ເຈຍ Mao tho ra, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ​້າ​ກຳ​ປູ​ເຈຍ; ທ່ານ​ຫົວ​ໜ້າ​ຄະ​ນະ SOM ຫວຽດ​ນາມ ເຈີນ​ເຍີດ​ແທ່ງ, ຫົວ​ໜ້າ​ກົມ, ​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ.

      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ເຈີນ​ເຍີດ​ແທ່ງ ໃຫ້​ຮ​ູ້​ວ່າ: ດ້ວຍ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ການແລກ​ປ່ຽນ​ຂໍ້​ມູນເປັນ​ປະ​ຈຳ ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ລວ​ມ, ເຂດ 3 ຫຼ່ຽ​ມ​ພັດ​ທະ​ນາ​ໄດ້​ມີບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​​ຢ່າງ​ແນ່ນ​ອນ, ບັນ​ລຸ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ​ປອດ​ໄພ​ດ້ານ​ການ​ເມືອງໃນ​ພາກ​ພື້ນ.

      “ກອງປະຊຸມເຈົ້າໜ້າທ່ີອາວຸໂສມື້ນີ້​ມີ​ໜ້າ​ທີ່​ຕີ​ລາ​ຄາ​ສະ​ພາບ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ມົນ​ຕີ 3 ທ່ານ ທີ່ກອງ​ປ​ະ​ຊຸ​ມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ລວ​ມ​ຂອງ 3 ປະ​ເທດ​ເຂດ 3 ຫຼ່​ຽມພັດ​ທະ​ນາ​ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ (CLV) ຄັ້ງ​ທີ 9, ຮັບ​ຮູ້​ຜົນ​ງານ, ຕີ​ລາ​ຄາ​ຄວາມ​ທຸກ​ຍາກ, ສິ່ງ​ທ້າ​ທາຍ ຈາກນັ້ນ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ, ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ