ກະຊວງຕຳຫລວດພົບປະສັງສັນບັນດາຜູ້ແທນຂະແຫນງການແພດເນື່ອງໃນໂອກາດວັນແພດໝໍຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 63 ປີແຫ່ງວັນແພດໝໍຫວຽດນາມ (27 ກຸມພາປີ 1955- 27 ກຸມພາປີ 2018), ຕອນບ່າຍວັນທີ 23 ກຸມພາ ຢູ່ ຮ່າໂນ້ຍ, ກະຊວງຕຳຫລວດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນບັນດາການນຳກະຊວງສາທາລະນະສຸກ, ສາດສະດາຈານ, ທ່ານໝໍ, ການນຳບັນດາໂຮງໝໍຢູ່ບໍລິເວນ ນະຄອນ ຮ່າໂນ້ຍ. 

ກະຊວງຕຳຫລວດພົບປະສັງສັນບັນດາຜູ້ແທນຂະແຫນງການແພດເນື່ອງໃນໂອກາດວັນແພດໝໍຫວຽດນາມ - ảnh 1 ທ່ານ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ອວຍພອນການນຳກະຊວງສາທາລະນະສຸກຫວຽດນາມ 

ພາບ:VN.JPG

ກ່າວຄຳເຫັນນະທີ່ນີ້ ທ່ານ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ເນັ້ນຫນັກວ່າ ຫນ້າທີ່ຮັບປະກັນ, ຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເບິ່ງແຍງສຸຂະພາບ, ປິ່ນປົວພະຍາດໃຫ້ປະຊາຊົນ ແມ່ນຫນ້າທີ່ສຳຄັນທີ່ສຸດ, ຮຽກຮ້ອງກຳລັງຕຳຫລວດ ແລະ ຂະແຫນງສາທາລະນະສຸກ ຄວນສົມທົບກັນຢ່າງແຫນ້ນແຟ້ນກວ່າອີກ ເພື່ອສຳເລັດຫນ້າທີ່ຊື່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ທ່ານລັດຖະມົນຕີ ໂຕເລີມ ມີຄວາມປາດຖະຫນາວ່າ ກະຊວງສາທາລະນະສຸກ, ບັນດາສາດສະດາຈານ, ທ່ານໝໍ, ການນຳບັນດາໂຮງໝໍ ສືບຕໍ່ຊ່ວຍເຫລືອ, ສະຫນັບສະຫນູນກະຊວງຕຳຫລວດ ພັດທະນາລະບົບສາທາລະນະສຸກຕຳຫລວດປະຊາຊົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກວດ ແລະ ປິ່ນປົວພະຍາດໃຫ້ແກ່ພະນັກງານຕຳຫລວດປະຊາຊົນໃຫ້ນັບມື້ນັບດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ