ກະຊວງ​ຕຳຫຼວດ​​ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​​ຣົບ ໃນຫຼາຍ​ຂົງເຂດ.

(VOVWORLD) -ຕອນບ່າຍຂອງວັນທີ 23 ພະຈິກ, ຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ  Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຂອງສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ.
ກະຊວງ​ຕຳຫຼວດ​​ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​​ຣົບ ໃນຫຼາຍ​ຂົງເຂດ. - ảnh 1ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຕ້ອນຮັບທ່ານ  Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຂອງສະຫະພາບເອີຣົບ ປະຈຳ ຫວຽດນາມ.

ໃນການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດກວ້າງ ການຮ່ວມມືກັບ ສະຫະພາບເອີຣົບ (EU) ໃນຂົງເຂດການບຳລຸງກໍ່ສ້າງ, ປະສານງານໃນການບໍລິຫານຂໍ້ມູນ, ປ້ອງກັນ, ຕ້ານບັນດາປະເພດອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ. ທ່ານລັດຖະມົນຕີ ໂຕເລີ່ມ ສະເໜີໃນເວລາທີ່ຈະມາເຖິງນີ້ສອງຝ່າຍເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສ້າງນະໂຍບາຍ, ກົດໝາຍ, ແບ່ງປັນປະສົບການບົດຮຽນໃນການສືບສວນ, ຢັ້ງຢືນອາດຊະຍາກຳ; ຮ່ວມມືກັນສ້າງກົນໄກປະສານງານແກ້ໄຂການລະເມີດລະບຽບກົດໝາຍ ໃນເຄືອຂ່າຍອິນເຕີເນັດ. ພ້ອມດຽວກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນວຽກບໍາລຸງກໍ່ສ້າງຊ່ຽວຊານເຕັກໂນໂລຊີດີຈີຕອນ, ຊ່ຽວຊານຄຸ້ມຄອງອິນເຕີເນັດ; ສົມທົບກັນຕໍ່ຕ້ານກັບບັນດາອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ.

        ສ່ວນທ່ານເອກອັກຄະລັກທະທູດ Giorgio Aliberti ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍຈົນສຸດຄວາມສາມາດຂອງຕົນ ນຳການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ  ສະຫະພາບເອີຣົບ- ຫວຽດນາມ ນັບມື້ນັບພັດທະນາຢ່າງແໜ້ນແຟ້ນ ແລະ ຮອບດ້ານກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ