ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ

(VOVWORLD) - ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຄ້າຍກອງຮ້ອຍປ້ອງກັນຊາຍແດນ 214 (ກອງທັບປະຊາຊົນ ລາວ), ເຊິ່ງແມ່ນຂອງຂວັນມອບໃຫ້ກອງທັບປະຊາຊົນ ຫວຽດນາມ.
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ - ảnh 1ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ
(ພາບ: qdnd.vn)

        ໂດຍຈັດຂຶ້ນແຕ່ວັນທີ 22 – 23 ຕຸລາ, ຢູ່ເຂດເມືອງ ມົກເຈົາ, ແຂວງ ເຊີນລາ, ຫວຽດນາມ, ແລະ ເມືອງ ສົບເບົາ, ແຂວງ ຫົວພັນ, ລາວ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ບັນລຸຜົນສຳເລັດຢ່າງດີງາມ, ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ. ເຂົ້າຮ່ວມງານພົບປະ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ, ຄະນະຜູ້ແທນ ລາວ ໂດຍທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ນຳໜ້າ.

        ວັນທີ 23 ຕຸລາ, ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຄ້າຍກອງຮ້ອຍປ້ອງກັນຊາຍແດນ 214 (ກອງທັບປະຊາຊົນ ລາວ), ເຊິ່ງແມ່ນຂອງຂວັນມອບໃຫ້ກອງທັບປະຊາຊົນ ຫວຽດນາມ.

        ກ່ອນໜ້ານັ້ນ, ວັນທີ 22 ຕຸລາ, ຄະນະຜູ້ແທນຂອງ 2 ປະເທດໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງ ມົກເຈົາ (ແຂວງເຊີນລາ), ລວມມີ: ການປູກຕົ້ນໄມ້ຢູ່ດ່ານຊາຍແດນ ລອງເຊິບ; ເຂົ້າຮ່ວມການຝຶກຊ້ອມສົມທົບກັນຈັບອາດຊະຍາກຳຂ້າມຊາດ; ຢ້ຽມຢາມປ້ອມປ້ອງກັນຊາຍແດນ ລອງເຊິບ; ດຳເນີນການໂອ້ລົມເຈລະຈາ ແລະ ລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ