ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງກ່ຽວກັບພະຍານຫຼັກຖານເລື່ອງ ອາເມລິກາ ເຂົ້າຮ່ວມການປະທະຢູ່ ຢູແກຼນ ໂດຍກົງ

(VOVWORLD) -ທຳນຽບຂາວຕ້ອງຮັບຜິດຊອບທຸກການບຸກໂຈມຕີດ້ວຍລູກສອນໄຟ ເຊິ່ງ Kiev ໄດ້ຍິງໃສ່ບັນດາເຂດຊຸມຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນຢູ່ເຂດຊຸມຊົນຂອງ Donbass ແລະ ເຂດອື່ນທີ່ມີສາມັນຊົນເສຍຊີວິດ.
ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງກ່ຽວກັບພະຍານຫຼັກຖານເລື່ອງ ອາເມລິກາ ເຂົ້າຮ່ວມການປະທະຢູ່ ຢູແກຼນ ໂດຍກົງ - ảnh 1(ພາບປະກອບ: rianovosti)

ວັນທີ 02 ສິງຫາ, ໂຄສົກທາງການຂອງກະຊວງປ້ອງກັນປະເທດ ລັດເຊຍ, ພົນຕີ Igor Konashenkov, ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດນີ້ໄດ້ບັນທຶກບາງຄຳຖະແຫຼງທາງການຂອງຮອງຫົວໜ້າກົມສືບລາຊະການລັບການເມືອງຂອງ ກະຊວງປ້ອງກັນປະເທດ ຢູແກຼນ, ນາຍພົນ Vadim Skibitsky, ກ່ຽວກັບເລື່ອງ ວໍຊິງຕັນ ອະນຸມັດຜ່ານແຕ່ລະເປົ້າໝາຍໃຫ້ແກ່ Kiev ໂດຍກົງ ຕໍ່ການເຫດບຸກໂຈມຕີຄັ້ງຕ່າງໆຈາກຖານຍິງລູກສອນໄຟ HIMARS ຂອງ ອາເມລິກາ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນວ່າ ອາເມລິກາ ເຂົ້າຮ່ວມການປະທະກັນຢູ່ ຢູແກຼນ ໂດຍກົງ. ຕາມທ່ານ Igor Konashenkov ແລ້ວ, ທຳນຽບຂາວຕ້ອງຮັບຜິດຊອບທຸກການບຸກໂຈມຕີດ້ວຍລູກສອນໄຟ ເຊິ່ງ Kiev ໄດ້ຍິງໃສ່ບັນດາເຂດຊຸມຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນຢູ່ເຂດຊຸມຊົນຂອງ Donbass ແລະ ເຂດອື່ນທີ່ມີສາມັນຊົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ