ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອາ​ເມ​ລິ​ກາ ​ກ່າວ​ປະ​ນາມ​ຈີນ​ທີ່ຕຳ​ເຮືອ​ຫາ​ປາ ຫວຽດ​ນາມ ຈົມ​ນ້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ວັນທີ 9 ເມສາ (ຕາມເວລາອາເມລິກາ), ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມຢູ່ທະເລຕາເວັນອອກ. 
ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອາ​ເມ​ລິ​ກາ ​ກ່າວ​ປະ​ນາມ​ຈີນ​ທີ່ຕຳ​ເຮືອ​ຫາ​ປາ ຫວຽດ​ນາມ ຈົມ​ນ້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທຳນຽບ 5 ແຈ ຢູ່ອາເມລິກາ (ພາບ: TTXVN) 

ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອາເມລິກາໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານກ່ຽວກັບເຫດກ່ຳປັ່ນຕຳຫຼວດທະເລຈີນ ໄດ້ ແຕະຕ້ອງ ແລະ ຕຳເຮືອຫາປາຂອງ ຫວຽດນາມຈົມນ້ຳຢູ່ບໍລິເວນໃກ້ກັບໝູ່ເກາະເຈືອງຊາ. ຖະແຫຼງການຊີ້ແຈ້ງວ່າ “ການກະທຳຂອງຈີນແມ່ນໄປຝືນກັບວິໄສທັດຂອງອາເມລິກາກ່ຽວກັບພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີເສລີພາບ  ແລະ ເປີດອົກເປີດໃຈ, ໃນນັ້ນ ທຸກໆປະເທດ, ເຖິງວ່າ ຈະໃຫຍ່ຫຼື ນ້ອຍ ກໍ່ລ້ວນແຕ່ໄດ້ຮັບປະກັນອະທິປະໄຕ, ບໍ່ຖືກບັງຄັບ ແລະ ມີສິດພັດທະນາເສດຖະກິດທີ່ເໝາະສົມກັບບັນດາຫຼັກການ ແລະ ມາດຕະຖານສາກົນ. ອາເມລິກາຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນຄວາມເສລີໃນການເດີນເຮືອ ແລະ ກາລະໂອກາດທາງດ້ານເສດຖະກິດໃນທົ່ວພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ”.

ຖະແຫຼງການຖືວ່າ “ໂລກລະບາດ Covid– 19 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ວາເຖິງຄວາມສຳຄັນຂອງຄວາມເປັນລະບຽບຮຽບຮ້ອຍທາງສາກົນໂດຍການອີງໃສ່ກົດໝາຍ, ຍ້ອນວ່າ ສິ່ງນັ້ນໄດ້ສ້າງເງື່ອນໄຂໃຫ້ແກ່ພວກເຮົາພ້ອມກັນແກ້ໄຂໄພນາບຂູ່ລວມຕາມວິທີການທີ່ໂປ່ງໃສ, ລວມສູນ ແລະ ມີປະສິດທິຜົນ”

ຕອບກັບ

ຂ່າວ/ບົດ​ອື່ນ