ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປະ​ກາດ​ວ່າ ຫວຽດ​ນາມ ສາ​ມາດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ nCoV

(VOVWORLD) -ຕອນບ່າຍວັນທີ 5 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວສືບຕໍ່ແຈ້ງໃຫ້ຮູ້ກ່ຽວກັບພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Corona (2019 - nCoV).
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປະ​ກາດ​ວ່າ ຫວຽດ​ນາມ ສາ​ມາດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ nCoV - ảnh 1 ກອງປະຊຸມຖະແຫຼງຂ່າວສືບຕໍ່ແຈ້ງໃຫ້ຮູ້ກ່ຽວກັບພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Corona (2019 - nCoV) (ພາບ: VGP)

ໄລ່ຮອດເວລາ 12 ໂມງຂອງວັນທີ 5 ກຸມພາ ຈຳນວນຜູ້ຕິດ nCoV ໃນທົ່ວໂລກແມ່ນ 24.567 ຄົນ ເຊິ່ງສ່ວນຫຼາຍແມ່ນຢູ່ຈີນ ແລະ 27 ປະເທດ ແລະ ເຂດແຄ້ວນ. ຢູ່ ຫວຽດນາມກໍ່ມີ 10 ກໍລະນີຕິດພະຍາດດັ່ງກ່າວໃນນັ້ນມີຄົນເຈັບ 3 ຄົນມີອາການສຸຂະພາບປົກກະຕິ ແລະ ໄດ້ອອກຫ້ອງໝໍ. ໃນກອງປະຊຸມຂ່າວ, ທ່ານຫງວຽນແທັງລອງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງເໜັ້ນໜັກ ວ່າ: ວຽກງານປ້ອງກັນແລະ ຕ້ານການຕິດເຊື້ອພະຍາດ nCoV ແມ່ນຕ້ອງປະຕິບັດດ້ວຍຫຼາຍວິທີໃນນັ້ນຕ້ອງລ້າງມືດ້ວຍສະບູຫຼາຍຄັ້ງໃນມື້, ຫຼີກລ້ຽງການເຕົ້າໂຮມຫຼາຍຄົນ… ທ່ານຫງວຽນແທັງລອງ ຢັ້ງຢືນວ່າ: ທາງກະຊວງຈະອັບເດັດຂໍ້ມູນຂ່າວສານກ່ຽວກັບສະພາບຄົນເຈັບຕິດພະຍາດດັ່ງກ່າວ. ທາງກະຊວງກໍ່ໄດ້ຂຶ້ນແຜນການເມື່ອເກີດສະພາບທີ່ຮ້າຍແຮງທີ່ສຸດນັ້ນແມ່ນໂລກລະບາດເກີດຂຶ້ນໃນວົງກ້ວາງ, ຈະມີວິທີຈັດແຈ່ງຕຽງນອນຄົນເຈັບ 3000 ຕ່ຽງເພື່ອກຽມພ້ອມຮັບໃຊ້ຄົນເຈັບຢູ່ທ້ອງຖິ່ນຕ່າງໆ ແລະ ປະທານ 2000 ຢູ່ຮ່າໂນ້ຍ, ທ່ານ ຫງວຽນແທງລອງ ກໍ່ແບ່ງປັນວ່າ ຍອດສູງຂອງໂລກລະບາດ ຢູ່ ຈີນແມ່ນຈະເກີດຂຶ້ນໃນ 7 – 10 ວັນທີ່ຈະມາເຖິງ, ສ່ວນຢູ່ ຫວຽດນາມ ໂລກລະບາດພວມໄດ້ຮັບການຄວບຄຸມເປັນຢ່າງດີທີ່ສຸດ. ດັ່ງນັ້ນພວກເຮົາເຊື່ອໝັ້ນວ່າ ໂລກລະບາດຈະຖືກສະກັດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ