ກະຕຸ້ນການທ່ອງວທ່ຽວລະຫວ່າງແຂວງ ຟູ໊ອຽນ ແລະ ດັ໊ກລັ໊ກ

(VOVWORLD) -ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຂອງ 2 ແຂວງບັນດາຫົວໜ່ວຍດຳເນີນການທ່ອງທ່ຽວຂອງ 2 ແຂວງໄດ້ແນະນຳ, ໂຄສະນາກ່ຽວກັບບັນດາລາຍການທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃໝ່
ກະຕຸ້ນການທ່ອງວທ່ຽວລະຫວ່າງແຂວງ ຟູ໊ອຽນ ແລະ ດັ໊ກລັ໊ກ - ảnh 1

ຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນ ບວນເມທວດ, ແຂວງ ດັ໊ກລັ໊ກ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັ໊ກລັ໊ກ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຟູ໊ອຽນ ຈັດກອງປະຊຸມ “ກະຕຸ້ນ, ໂຄສະນາການທ່ອງທ່ຽວລະຫວ່າງແຂວງ ຟູ໊ອຽນ ແລະ ດັ໊ກລັ໊ກ”, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດດຳເນີນທຸລະກິດດ້ານການທ່ອງທ່ຽວຂອງ 2 ແຂວງ.

ທີ່ກອງປະຊຸມ, ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຂອງ 2 ແຂວງບັນດາຫົວໜ່ວຍດຳເນີນການທ່ອງທ່ຽວຂອງ 2 ແຂວງໄດ້ແນະນຳ, ໂຄສະນາກ່ຽວກັບບັນດາລາຍການທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃໝ່ ພ້ອມກັບບັນດາບ້ວງກະຕຸ້ນການທ່ອງທ່ຽວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ຕະຫຼາດທ່ອງທ່ຽວພາຍໃນປະເທດ ພາຍຫຼັງເກີດໂລກລະບາດໂຄວິດ-19 ເປັນເວລາຍາວ. ນັບແຕ່ນີ້ຮອດທ້າຍເດືອນ ມິຖຸນາ 2021, ແຂວງ ດັ໊ກລັ໊ກ ຈະຈັດ 17 ການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວເພື່ອກະຕຸ້ນການທ່ອງທ່ຽວຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ