ການ​ຄ້າ ຫ​ວ​ຽດ​ນາມ - ອິນ​ເດຍ ອາດ​ຈະ​ບັນ​ລຸ​ເປົ້າ​ໝາຍ 15 ຕື້ USD ໃນ​ປີ 2022

(VOVWORLD) -ອິນເດຍ ແມ່ນ 1 ໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 17 ຂອງ ອິນເດຍ ໃນໂລກ.
ການ​ຄ້າ ຫ​ວ​ຽດ​ນາມ - ອິນ​ເດຍ ອາດ​ຈະ​ບັນ​ລຸ​ເປົ້າ​ໝາຍ 15 ຕື້ USD ໃນ​ປີ 2022 - ảnh 1ວາລະປຶກສາຫາລືກ່ຽວກັບ ຫວຽດນາມ ໃນຂອບເຂດກອງປະຊຸມສຸດຍອດຄູ່ຮ່ວມມື (ພາບ: VOV)

ວັນທີ 14 ທັນວາ, ໃນຂອບເຂດກອງປະຊຸມສຸດຍອດຄູ່ຮ່ວມມື ໂດຍ ກົມສົ່ງເສີມດ້ານອຸດສາຫະກຳ ແລະ ການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ແລະ ສະຫະພັນອຸດສາຫະກຳ ອິນເດຍ ຈັດຕັ້ງ ໄດ້ດຳເນີນວາລະປຶກສາຫາລື ແລະ ແລກປ່ຽນຄ້າຂາຍແບບທາງໄກດ້ວຍຫົວເລື່ອງກ່ຽວກັບ ຫວຽດນາມ. ເຫດການນີ້ໄດ້ດຳເນີນກົງກັບຈຸດເວລາທີ່ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ກຳລັງຢ້ຽມຢາມ ອິນເດຍ ຢ່າງເປັນທາງການ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ ໃຫ້ຮູ້ວ່າ ອິນເດຍ ແມ່ນ 1 ໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 17 ຂອງ ອິນເດຍ ໃນໂລກ. ມູນຄ່າການຄ້າ 2 ຝ່າຍລະຫວ່າງ 2 ປະເທດເພີ່ມຂື້ນເກືອບ 3 ເທົ່າໃນ 10 ປີຜ່ານມາ, ຈາກລະດັບ 2,7 ຕື້ USD ປີ 2010 ຂື້ນຮອດລະດັບ 10 ຕື້ USD ໃນປີ 2020. ທ່ານຮອງລັດຖະມົນຕີ ກໍ່ຫວັງວ່າການຄ້າ 2 ຝ່າຍຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ເມື່ອ 2 ປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນດ້ານການທູດຄົບຮອບ 50 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ