ການນຳ ອາເມລິກາ, ອັງກິດ, ອົດສະຕາລີ, ຈີນ ປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 06 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ມີການໂອ້ລົມທາງໂທລະສັບກັບທ່ານປະທານປະເທດ ຈີນ ກ່ຽວກັບສະພາບການໃນແຫຼມ ເກົາຫຼີ. 
ການນຳ ອາເມລິກາ, ອັງກິດ, ອົດສະຕາລີ, ຈີນ ປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1 (ພາບປະກອບ)

ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ການກະທຳດ້ານການທະຫານຕ້ານ ສປປ.ເກົາຫຼີ ບໍ່ແມ່ນການເລືອກເຟັ້ນທຳອິດຂອງ ອາເມລິກາ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຮູ້ວ່າ: ປະເທດນີ້ຮັກສາຫຼັກໝັ້ນ ສະໜັບສະໜູນການແກ້ໄຂບັນຫານິວເຄຼຍ ສປປ.ເກົາຫຼີ ດ້ວຍມາດຕະການເຈລະຈາ ແລະ ມຸ່ງໄປເຖິງສັນຕິວິທີ. ກ່ອນໜ້ານັ້ນ, ວັນທີ 05 ກັນຍາ, ທ່ານປະທານາທິບໍດີ Donald Trump ມີບັນດາການໂອ້ລົມທາງໂທລະສັບປຶກສາຫາລືກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ກ່ຽວກັບເຫດທົດລອງນິວເຄຼຍຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ. ເມື່ອແລກປ່ຽນກັບທ່ານນາງນາຍົກລັດຖະມົນຕີ Theresa May, ທ່ານປະທານາທິບໍດີ Donald Trump ເຫັນດີສືບຕໍ່ສົມທົບກັນໃນການ “ເພີ່ມທະວີຄວາມກົດດັນດ້ານການທູດ ແລະ ເສດຖະກິດຕໍ່ ສປປ.ເກົາຫຼີ”. ໃນຂະນະນັ້ນ, ທ່ານປະທານາທິບໍດີ Donald Trump ແລະ ທ່ານນາຍົກລັດຖະມົນຕີ Malcolm Turnbull ຢືນຢັນວ່າ “2 ປະເທດຈະເພີ່ມທະວີບັນດາຄວາມມານະພະຍາຍາມຮ່ວມ ແນໃສ່ເຮັດໃຫ້ ສປປ.ເກົາຫຼີ ປອດນິວເຄຼຍ”. ທ່ານປະທານາທິບໍດີ ອາເມລິກາ ກໍ່ຢ້ຳຄືນຄຳໝັ້ນສັນຍາຂອງທ່ານແມ່ນ “ນຳໃຊ້ທຸກຄວາມສາມາດດ້ານການທະຫານ ແລະ ການທູດ ເພື່ອປົກປັກຮັກສາປະເທດ, ເຂດແຄ້ວນ ແລະ ບັນດາປະເທດພັນທະມິດຂອງ ອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ