ການ​ນຳ​ນະ​ຄອນ​ໂຮ່ຈິ​ມິນ ​ອວຍພອນ​ຜູ້​ມີ​ ຍົດ​ຖາ​ບັນດາສັກ​


 ການ​ນຳ​ນະ​ຄອນ​ໂຮ່ຈິ​ມິນ ​ອວຍພອນ​ຜູ້​ມີ​ ຍົດ​ຖາ​ບັນດາສັກ​ - ảnh 1

(ພາບ: hochiminhcity.gov.vn)

(vovworld)- ​ ​ຕອນ​ບ່າຍວັນ​ທີ 22/12, ຄະນະການ​ນຳຄະນະ​ພັກ​ນະຄອນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ, ​ຄະນະ​ກຳມະການແນວ​ໂຮມ​ປະ​ເທດຊາດ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ​ໂດ​ຍທ່າ​ນວໍ້​ວັນ​ເຖືອ​ງ, ຮອງ​ເລຂາ​ປະຈຳຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄິຼດນະຄອນ​ໂຮ່ຈິ​ມິນ, ​ຫົວໜ້າເຂດ​​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ ​ແລະ ຫົວໜ້າສະມາຄົມສາສະໜາ​ໂປ​ແຕດ​ສະ​ຕັງ​ຫວຽດນາມ (ພາກ​ໃຕ້) ໃນ​ໂອກາດ​ວັນ​ບຸນຄຼິດສະມາດ 2014 ​ແລະ ປີ​ໃໝ່​ສາກົນ 2015.

  ​ເມື່ອ​ຢ້ຽມຢາມ​ການ​ນຳຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄິຼດນະຄອນ, ຄຸນ​ພໍ່ ຟາ​ວ​ໂລ ບຸ່ຍ​ວັນ​ດອກ, ປະທານ​ສະພາ​ເຈົ້າອາວາດ, ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ, ທ່າ​ນວໍ້​ວັນ​ເຖືອ​ງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຊາວ​ຄຼິດນະຄອນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ “ຊາວ​ຄຼິດທີ່ດີ​ກໍ່​ແມ່ນ​ພົນລະ​ເມືອງ​ທີ່​ດີ“, ສຸມ​ໃສ່​ພັດ​ທະນາ​ເສດຖະກິດ, ປະກອບສ່ວນ​ຮັບປະກັນ​ສະພາ​ບຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ບໍລິ​ເວນ, ປະກອບສ່ວນ​ນຳ ນະຄອນ​ໂຮ່ຈິ​ມິນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ.

   ທີ່ສະມາຄົມສາສະໜາ​ໂປ​ແຕດ​ສະ​ຕັງ​ຫວຽດນາມ (ພາກ​ໃຕ້), ທ່າ​ນວໍ້​ວັນ​ເຖືອ​ງ ອວຍພອນ​​ບັນດາ​ຫຼວງ​ພໍ່, ສາສະ​ນິກກະ​ຊົນ​ຂອງສະມາຄົມສາສະໜາໂປ​ແຕດ​ສະ​ຕັງ ​ຫວຽດນາມ (ພາກ​ໃຕ້) ​ໄດ້ຕ້ອນຮັບວັນ​ບຸນຄຼິດສະມາດ 2014 ​ແລະ ປີ​ໃໝ່​ສາກົນ 2015 ດ້ວຍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ປະສົບ​ຜົນສຳ​ເລັດ ພ້ອມ​ທັງ​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ຊື່​ງ​ບັນດາ​ຫຼວງ​ພໍ່, ສາສະ​ນິກກະ​ຊົນຂອງ​ສະມາຄົມ​ ສາສະໜາໂປ​ແຕດ​ສະ​ຕັງ ໄດ້​ປະຕິບັດ​ໃນ​ຊຸມ​ປີຜ່ານມາ./.

ຂ່າວ/ບົດ​ອື່ນ