ການນຳລັດ, ສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂສົກຮຽນໃໝ່

ການນຳລັດ, ສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ 2013 – 2014
ຢູ່​​ໂຮງຮຽນມັດທະຍົມ​ຕອນປາຍ​ກິນນອນ​ຊົນ​ເຜົ່າ ​ແຂວງ ອຽນ​ບ໋າ​ຍ
(ພາບ: VGP/Lê Sơn)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/9, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ 2013 – 2014 ຢູ່​ໂຮງຮຽນ​ມັດທະຍົມ​ຕອນປາຍ​ກິນນອນ​ຊົນ​ເຜົ່າ ​ແຂວງ ຮ່ວາ​ບິ່ນ ​ແລະ ມອບ​ທຶນ​ສຶກສາ “ພ້ອມ​ກັບ​ພວກ​ນ້ອງ​ໄປ​ໂຮງຮຽນ” ​ໃຫ້​ແກ່​ບັນດາ​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໃນ​ແຂວງ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຮ່ວມ, ມອບ​ດອກ​ໄມ້​ອວຍພອນ ​ແລະ ຕີ​ກອງ​ໄຂ​ສົກຮຽນ​ໃໝ່ 2013 – 2014 ຢູ່ມະຫາວິທະຍາ​ໄລ​ແພດສາດ ຮ່າ​ໂນ້ຍ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ,ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ 2013 – 2014 ຢູ່​​ໂຮງຮຽນມັດທະຍົມ​ຕອນປາຍ​ກິນນອນ​ຊົນ​ເຜົ່າ ​ແຂວງ ອຽນ​ບ໋າ​ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ການ​ສຶກສາ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂ​ອງ ຫວຽດນາມ. ດັ່ງ​ນັ້ນ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພັກ ​ແລະ ລັດ​ໄດ້​ປະກາ​ດ​ໃຊ້​ຫຼາຍ​ນະ​ໂຍບາຍ​ເພື່ອ​ໃຫ້​ຂະ​ແໜງ​ສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຢູ່​ເຂດ​ຫ່າງ​ໄກ່ສອກ​ຫຼີກ, ບຳລຸງ​ສ້າງ​ທັກ​ສະການມະນຸດສຳພັນ​, ສຶກສາ ​ແລະ ຮັກສາ​ມູນ​ເຊື້ອ​ວັດທະນະທຳ​ໃຫ້​ແກ່​ລູກ​ຫຼານ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສວນ​ໜ້ອຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ສຶກສາ​​ແຂວງ ອຽນ​ບ໋າ​ຍ ຄວນ​ມານະ​ພະຍາຍາມ​ສຸ້ຊົນ​ໃນ​ການ​ສຸ​ມ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ​ຍຸດ​ທະ​ສາດ​ພັດທະນາ​ການ​ສຶກສາ​ໄລຍະ 2011 – 2020 ​ແລະ ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ສົກຮຽນ 2013 – 2014 ບົນ​ຈິດ​ໃຈ​ປ່ຽນ​ໃໝ່​ຮອບດ້ານ​ຂອງ​ຂະ​ແໜງ​ສຶກສາ​ຢ່າງ​ມີ​ໄຊ. ສຳລັບ​ໂຮງຮຽນ​ແລ້ວ, ຂ້າພະ​ເຈົ້າ​ຫວັງ​ວ່າໂຮງຮຽນມັດທະຍົມ​ຕອນປາຍ​ກິນນອນ​ຊົນ​ເຜົ່າ ​ແຂວງ ອຽນ​ບ໋າ​ຍ ກໍ່​ຄື​ໂຮງຮຽນ​​ແຫ່ງ​ຕ່າງໆ​ໃນ​ບໍລິ​ເວນ​ແຂວງ ອຽນ​ບ໋າ​ຍ, ຄວນ​ເສີມ​ຂະ​ຫຍາ​ຍບັນດາ​ໝາກຜົນ​ທີ່ບັນລຸ​ໄດ້, ບົດຮຽນ​ຂອງ​ຕົນ, ອອກ​ແຮງ​ສູ້ຊົນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ແຂວງ​ເຂດ​ພູດ​ອຍ​ເພື່ອ​ສອນ​ດີ​ຮຽນ​ດີ, ປະຕິບັດ​ໜ້າ​ທີ່​ໃນ​ສົກຮຽນ​ໃໝ່​ເຊິ່ງກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ໄດ້​ມີ​ແຜນ​ນະ​ໂຍບາຍ”

  ໃນຂະນະນັ້ນທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່ 2013 – 2014ຢູ່ໂຮງຮຽນມັດທະຍົມ​ຕອນປາຍ​ລົງ​ເລິກ​ວິຊາ ຮຶງອຽນ, ​ແຂວງ ຮຶງອຽນ. ສວນຢູ່​ນະຄອນ ຍາ​ຈາງ, ​ແຂ​ວງ ​ແຄ໋ງຮ່ວາ, ທ່ານ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ອວງຈູ​ລື​ວ ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຫຼີຕິ​ຈ້ອງ.

 

ຂ່າວ/ບົດ​ອື່ນ