ການນຳລັດເຊຍ ແລະ ຈີນ ສ້າງແຜນການເຈລະຈາ

(VOVWORLD) - ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ສອງຝ່າຍຈະແຈ້ງລາຍລະອຽດໃນເວລາທີ່ເໝາະສົມ.
ການນຳລັດເຊຍ ແລະ ຈີນ ສ້າງແຜນການເຈລະຈາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ:AP)

ວັນທີ 26 ທັນວາ, ສຳນັກຂ່າວສານ TASS ໃຫ້ຂ່າວວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະພົບປະເຈລະຈາໃນອາທິດນີ້. ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ສອງຝ່າຍຈະແຈ້ງລາຍລະອຽດໃນເວລາທີ່ເໝາະສົມ.

        ເດືອນ ກຸມພາປີນີ້, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ໄດ້ຢ້ຽມຢາມ ປັກກິ່ງ ແລະ ພົບປະເຈລະຈາກັບທ່ານປະທານປະເທດ ສີຈິ້ນຜິງ. ການນຳ ລັດເຊຍ - ຈີນ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານເຕັກນິກ - ການທະຫານ ກໍ່ຄືເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສອງຝ່າຍ. ອາທິດກ່ອນ, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ຕ້ອນຮັບທ່ານ Dmitry Medvedev, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນລັດເຊຍ ໃນທີ່ພວມຢູ່ຢ້ຽມຢາມ ປັກກິ່ງ. ການນຳ ຈີນ ໄດ້ສະແດງຄວາມຫວັງວ່າ ທຸກໆຝ່າຍໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະຮັກສາຄວາມລະງັບໃຈ ແລະ ແກ້ໄຂບັນດາຄວາມວິຕົກວັງວົນກ່ຽວກັບຄວາມໝັ້ນຄົງ ດ້ວຍບັນດາມາດຕະການການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ