ການນຳລັດເຊຍ,ເຢຍລະມັນ,ຝຮັ່ງປຶກສາຫາລືມາດຕະການການເມືອງໃຫ້ວິກິດການຢູ່ຢູແກຼນ

ການນຳລັດເຊຍ,ເຢຍລະມັນ,ຝຮັ່ງປຶກສາຫາລືມາດຕະການການເມືອງໃຫ້ວິກິດການຢູ່ຢູແກຼນ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ໂອ້ລົມທາງໂທລະສັບກັບການນຳ ຝຣັ່ງ, ເຢຍລະມັນ
(ພາບ: Reuters)

(vovworld) –  ວັນ​ທີ 8/7, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin, ຄູ່​ຕຳ​ແໜ່​ງ ຝຣັ່ງ Francois Hollande ​ແລ​ະ ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ມີ​ການ​ໂອ້​ລົ​ມທາງ​ໂທລະສັບ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູ​ແກຼນ, ​ໃນ​ນັ້ນ, ບັນດາ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ບັນລຸ​​ມາດ​ຕະການ​ການ​ເມືອງ​ໜຶ່ງ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ເຂດ Donbass (ພາກ​ຕາ​ເວັນ​ອອກ ຢູ​ແກຼນ). ບັນດາ​ການ​ນຳ​ນີ້​ກໍ່​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ລະ​ເມີດຄຳ​ສັ່ງ​ຢຸດ​ຍິງ​​ເປັນປະຈຳ​ຢູ່​ເຂດ​ຕາ​ເວັນ​ອອກ ຢູ​ແກຼນ. ທ່ານ Putin ສະ​ເໜີ​ບັນດາ​ການ​ນຳ ຝຣັ່ງ ​ແລະ ​ເຢຍລະ​ມັນ ມີ​ການ​ກະທົບ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ​ກັບ​ຝ່າຍ Kiev ​ໃນ​ການ​ພົບ​ປະ​ຕາມ​ແຜນການ​ລະຫວ່າງ​ເຂົາ​ເຈົ້າ​ກັບ​ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ຢູ່​ນະຄອນຫຼວງ Warsaw (ປະ​ເທດ ​ໂປ​ໂລ​ຍ). ການ​ນຳ ລັດ​ເຊຍ, ຝຣັ່ງ, ​ເຢຍລະ​ມັນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​​ແລກປ່ຽນ​ກົດ​ລະບຽບ​ນິຕິ​ກຳ​ພິ​ເສດ​ໃຫ້​ແກ່​ເຂດ​ຕາ​ເວັນ​ອອກ ຢູ​ແກຼນ, ປະຕິບັດ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ, ຄຳ​ສັ່ງ​ອະ​ໄພ​ຍະ​ໂທດ ​ແລະ ບັນດາ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ