ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ


ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ - ảnh 1

ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽ​ດນາມ

(ພາບ: http://tuoitre.vn)

 (vovworld)- ​ ຕອນ​ເຊົ້າ​ວັນ​ທີ 10/7, ທີ່ການ​ປະຊຸມ​ຂ່າວນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​​ເມື່ອຕອບ​ຄຳ​ຖາມ​​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ຊາວ​ປະມົງ 6 ຄົນ​ໃນ​ກຳ​ປັ່ນ​ຫາ​ປາກ​ວາງ​ຫງ້າ​ຍ QNg 94912 TS ຖືກ​ກຳ​ປັ່ນ​ຈີນ ​ຈັບ​ຕົວ​​ເມື່ອ​ວັນ​ທີ 3/7, ​ທ່ານ​ເລ​ຫາຍ​ບິ່ງ, ໂຄສົກ​ກະຊວງການ​ຕ່າງປະ​ເທດຫວຽ​ດນາມ ຢືນຢັນ​ວ່າ: ພາຍ​ຫຼັງ​ມີ​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ກະຊວງການ​ຕ່າງປະ​ເທດຫວຽ​ດນາມ ​ໄດ້​ຊີ້​ນຳສະຖານທູດ​ກໍ່​ຄືບັນດາ​ອົງການ​ທູຕານຸທູດ​ຫວຽດນາມ ປະຈຳ​ຈີນ ດຳ​ເນີນ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ພົນລະ​ເມືອງ​ກໍ່​ຄື​ແກ້​ໄຂ​ບັນຫາ:

   “​ຕາມ​ຂ່າວ​ຫຼ້າ​ສຸດ​ຈາກ​ກົງ​ສູນ​ໃຫ່ຍຫວຽດນາມ ປະຈຳ​ກວາງ​ເຈົາ, ຕອນ​ເຊົ້າວັນ​ທີ 10/7, ຜູ້ຕາງໜ້າ​ຫົວໜ້າກົງ​ສູນ​ໃຫ່ຍ​ໄດ້​ກ່າວ​ເຖິງບັນດາມາດ​ຕະການ​ປົກ​ປ້ອງ​ຊາວ​ປະ​ມົງທີ່​ຈຳ​ເປັນ. ປະຈຸ​ບັນ​ສຸຂະພາບ​ຂອງ​ຊາວ​ປະມົງ 6 ຄົນ​ລ້ວນ​ແຕ່ເປັນ​ປົກກະຕິ ​ແລະ ພວມ​ຖືກ​ຄຸ້ມ​ຂັງຢູ່​ທ່າ​ກຳ​ປັ່ນ​ຊານ​ຢາ ນະຄອນ​ຊານ​ຢາ ປະ​ເທດ​ຈີນ. ກົງ​ສູນ​ໃຫ່ຍຫວຽ​ດນາມ ປະຈຳ​ກວາງ​ເຈົາ ກໍ່​ຄື​ບັນດາ​ອົງການ​ພວມ​ເຮັດ​ວຽກ​ກັບ​ຝ່າຍ​ຈີນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ພິສູດ​ບັນດາ​ເຫດການ​ຢ່າງ​ຈະ​ແຈ້ງ“./.

ຂ່າວ/ບົດ​ອື່ນ