ການປະຕິວັດເດືອນສິງຫາ 1945 ແລະ ບົດຮຽນຍາດແຍ່ງກາລະໂອກາດ

(VOVWORLD) - ວັນທີ 19 ສິງຫາ 1945, ຂະບວນການລຸກຮື້ຂຶ້ນຍາດຊີງເອົາອຳນາດການປົກຄອງຢູ່ ຮ່າໂນ້ຍ ໄດ້ສິ້ນສຸດລົງດ້ວຍີໄຊຊະນະນັ້ນ. 

75 ປີ ນັບແຕ່ຜົນສຳເລັດຂອງການປະຕິວັດເດືອນສິງຫາ, ບົດຮຽນກ່ຽວກັບການຍາດແຍ່ງ ແລະ ໝູນໃຊ້ກາລະໂອກາດຍັງຮັກສາລັກສະນະສະຖານະການໄວ້ເໝືອນເດີມ.

ການປະຕິວັດເດືອນສິງຫາ 1945 ແລະ ບົດຮຽນຍາດແຍ່ງກາລະໂອກາດ - ảnh 1
 ທ່ານ ຫງວຽນຢຸຍນຽນ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ:  Anh Huyen)

ທ່ານ ຫງວຽນຢຸຍນຽນ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນໃນມໍ່ໆມານີ້ ກ່ຽວກັບບົດບາດຂອງປະທານໂຮ່ຈີມິນ ທີ່ມີຕໍ່ການປະຕິວັດ ຫວຽດນາມ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຍາດແຍ່ງກາລະໂອກາດ.

        “ກາລະໂອກາດແມ່ນມີຄວາມສຳຄັນຫລາຍ. ເພື່ອຍາດໄດ້ໄຊຊະນະ, ຍາດເອົາເອກະລາດໃນການປະຕິວັດເດືອນ ສິງຫາ 1945 ນັ້ນ, ພຽງແຕ່ຊ້າ 1 ອາທິດ, ຫວຽດນາມ ກໍ່ຍາກທີ່ຈະຍາດໄດ້ໄຊຊະນະນັ້ນ. ປະທານ ໂຮ່ຈີມິນ ໄດ້ເລືອກເອົາໂອກາດທີ່ ຝຣັ່ງ ຖືກ ຍີ່ປຸ່ນ ບຸກຕີອອກຖອນຈາກອິນດູຈີນ, ຍີ່ປຸ່ນ ຍອມຈຳນົນຕໍ່ຝ່າຍສຳພັນທະມິດ. ໃນໂອກາດນັ້ນ ປະທານ ໂຮ່ຈີມິນ ໄດ້ນຳພາປະຊາຊົນຍາດຊີງເອົາອຳນາດການປົກຄອງ, ສ້າງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເຊິ່ງແມ່ນການປະຕິວັດທີ່ບໍ່ມີສຽງປືນແຕກ, ບໍ່ນອງເລືອດ, ແຕ່ປະສົບຜົນສຳເລັດຢ່າງຈົບງາມໃນໄລຍະສັ້ນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ