ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ອິດ​ສະ​ຣາ​ແອັນ ແລະ ຮາ​ມາດ​ສ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ລຳ​ລຽງ​ເຄື່ອງ​ຊ່ວຍ​ເຫຼືອ, ຢຸກ​ຢາ​ໃຫ້​ແກ່​ສາ​ມັນ​ຊົນ ແລະ ຕົວ​ປະ​ກັນ

(VOVWORLD) - ເຄື່ອງຊ່ວຍເຫຼືອ ຈະຖືກຂົນສົ່ງຈາກ ກາຕາ ໄປຍັງ ອີຢິບ ໃນວັນທີ 17 ມັງກອນ, ກ່ອນທີ່ໄດ້ຂົນສົ່ງໄປຜ່ານດ່ານຊາຍແດນ Rafah. 
ການ​ປະ​ທະ​ກັນ ຢູ່​ເຂດ ກາ​ຊາ: ອິດ​ສະ​ຣາ​ແອັນ ແລະ ຮາ​ມາດ​ສ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ລຳ​ລຽງ​ເຄື່ອງ​ຊ່ວຍ​ເຫຼືອ, ຢຸກ​ຢາ​ໃຫ້​ແກ່​ສາ​ມັນ​ຊົນ ແລະ ຕົວ​ປະ​ກັນ - ảnh 1ເຄື່ອງຊ່ວຍເຫຼືອເຂດ ກາຊາ ໄດ້ຂົນສົ່ງຜ່ານດ່ານ Rafah (ພາບ: Times of Israel)

ວັນທີ 16 ມັງກອນ, ກາຕາ ແລະ ຝລັ່ງ ໄດ້ເປັນກາງໄກ່ເກ່ຍໃຫ້ແກ່ຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ກັບຂະບວນການອິດສະລາມ ຮາມາດ ກ່ຽວກັບການລຳລຽງຢຸກຢາໃຫ້ແກ່ຕົວປະກັນຊາວ ອິດສະຣາແອັນ 45 ຄົນ ທີ່ຖືກ ຮາມາດສ ກັກຂັງຢູ່ເຂດ ກາຊາ ເພື່ອແລກເອົາການຊ່ວຍເຫຼືອມະນຸດສະທຳ ແລະ ສາທາລະນະສຸກໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນຢູ່ເຂດດິນແດນຂອງ ປາແລັດສະຕິນ.

        ຕາມທ່ານ   Philippe Lalliot, ຫົວໜ້າສູນແກ້ໄຂວິກິດການຂຶ້ນກັບກະຊວງການຕ່າງປະເທດ ຝລັ່ງ, ເຊິ່ງເປັນອົງການຈັດຕັ້ງບັນດາການເຄື່ອນໄຫວຊ່ວຍເຫຼືອແລ້ວ, ວິວັດທະນາການໄກ່ເກ່ຍໄດ້ດຳເນີນໃນຫຼາຍອາທິດ ແລະ ໄດ້ປະຕິບັດຕາມແນວຄວາມຄິດເບື້ອງຕົ້ນໂດຍຄອບຄົວຂອງຕົວປະກັນຊາວອິດສະຣາແອັນ ບາງຄົນໄດ້ຍົກອອກມາ. ເຄື່ອງຊ່ວຍເຫຼືອ ຈະຖືກຂົນສົ່ງຈາກ ກາຕາ ໄປຍັງ ອີຢິບ ໃນວັນທີ 17 ມັງກອນ, ກ່ອນທີ່ໄດ້ຂົນສົ່ງໄປຜ່ານດ່ານຊາຍແດນ Rafah. ຄະນະກຳມະການກາແດງສາກົນ (ICRC) ຈະປະສານງານການເຄື່ອນໄຫວຊ່ວຍເຫຼືອດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ