ການປະທະກັນຢູ່ ຊູດັງ: ມີເດັກນ້ອຍນັບຮ້ອຍຄົນໄດ້ຍົກຍ້າຍອອກຈາກ ໂຮງລ້ຽງເດັກກຳພ້າຢູ່ Khartoum

(VOVWORLD) - ມີເດັກນ້ອຍປະມານ 300 ຄົນໄດ້ຍົກຍ້າຍອອກຈາກໂຮງລ້ຽງເດັກກຳພ້າຢູ່ນະຄອນຫຼວງ Khartoum ຂອງ ຊູດັງ
ການປະທະກັນຢູ່ ຊູດັງ: ມີເດັກນ້ອຍນັບຮ້ອຍຄົນໄດ້ຍົກຍ້າຍອອກຈາກ ໂຮງລ້ຽງເດັກກຳພ້າຢູ່ Khartoum - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 08 ມິຖຸນາ, ຄະນະກຳມະການສະພາກາແດງສາກົນ (ICRC) ໃຫ້ຮູ້ວ່າ, ມີເດັກນ້ອຍປະມານ 300 ຄົນໄດ້ຍົກຍ້າຍອອກຈາກໂຮງລ້ຽງເດັກກຳພ້າຢູ່ນະຄອນຫຼວງ Khartoum ຂອງ ຊູດັງ, ເຊິ່ງແມ່ນແຫ່ງທີ່ ICRC ພົບເຫັນມີເດັກນ້ອຍນັບ 10 ຄົນເສຍຊີວິດໃນເດືອນ ພຶດສະພາ, ນັບແຕ່ເມື່ອເກີດການປະທະກັນລະຫວ່າງກອງທັບປະເທດນີ້ ກັບ ກຳລັງໜູນຊ່ວຍດ່ວນເຄິ່ງການທະຫານ. ປະຈຸບັນ, ມີເດັກອາຍຸແຕ່ 1-15 ປີໄດ້ສົ່ງໄປເຖິງສະຖານທີ່ປອດໄພກວ່າຢູ່ນະຄອນ Wad Madani, ຫ່າງຈາກນະຄອນຫຼວງ Khartoum ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 200 ກມ.

        ທ່ານນາງ Mandeep O’Brien ຜູ້ຕາງໜ້າກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ຊູດັງ ເນັ້ນໜັກວ່າ, ມີເດັກນ້ອຍນັບລ້ານຄົນຍັງປະສົບກັບຄວາມສ່ຽງໃນທົ່ວປະເທດ ອາຟະລິກາເໜືອ ນີ້, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ຊີວິດ ແລະ ອະນາຄົດຂອງພວກນ້ອງທີ່ພວມຖືກຂາບຂູ່ໃນແຕ່ລະມື້ ຍ້ອນການປະທະກັນທີ່ຍັງບໍ່ທັນຢຸດຕິລົງ.

ຕອບກັບ

ຂ່າວ/ບົດ​ອື່ນ