ການ​ປະ​ທະ​ກັນ​ລະ​ຫວ່າງ ອິ​ດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນຢູ່​ເຂດ Gaza ຍັງ​ດຳ​ເນີນ​ຢ່າງ​ເຄັ່ງ​ຕຶງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Bejamin Nentanyahu  ປະກາດວ່າຈະປະຕິບັດທຸກສິ່ງທຸກຢ່າງທີ່ຈຳເປັນເພື່ອຟື້ນຟູຄວາມໝັ້ນຄົງ ແລະ ໃຫ້ຮູ້ວ່າ ຍຸດທະສາດການທະຫານຍັງຈະແກ່ຍາວ.

ການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນຢູ່ເຂດ Gaza ຍັງດຳເນີນຢ່າງຮ້າຍແຮງ ແລະ ອາດຈະແກ່ຍາວ. ວັນທີ 14 ພຶດສະພາ, ມີຊາວປາແລັດສະຕິນ 26 ຄົນເສຍຊີວິດ ຍ້ອນບັນດາເຫດບຸກໂຈມຕີຂອງກອງທັບ ອິດສະລາແອັນ ໃສ່ບັນດາບໍລິເວນເຂດ Gaza. ຕາມອົງການສາທາລະນະສຸກ ປາແລັດສະຕິນແລ້ວ ນັບແຕ່ເວລາເກີດການປະທະກັນມາຮອດປັດຈຸບັນ, ຈຳນວນຊາວປະແລັດຕິນເສຍຊີວິດແມ່ນເພີ່ມຂຶ້ນເຖິງ 127 ຄົນ ໃນນັ້ນມີເດັກນ້ອຍ 31 ຄົນ. ຝ່າຍ ອິດສະລາແອັນ ກໍ່ປະກາດວ່າ ມີຜູ້ເສຍຊີວິດ 7 ຄົນໃນບັນດາບັ້ນບຸກໂຈມຕີໂຕ້ຕອບ. ທ່ານປະທານາທິບໍດີ ປາແລັດສະຕິນ Mohmoud Abbas ໄດ້ກ່າວປະນາມບັນດາເຫດບຸກໂຈມຕີ ຂອງ ອິດສະລາແອັນ ຢູ່ ເຂດ Gaza, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem, ທ່ານກໍ່ຮຽກຮ້ອງໃຫ້ ອຳນາດການປົກຄອງ ອາເມລິກາ ແຊກແຊງຢ່າງທັນການ ເພື່ອສະກັດກັ້ນການກະທຳທີ່ເກາະຜິດນີ້ຂອງ ອິດສະລາແອັນ. ທ່ານ Abbas ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ, ກຸ່ມ 4 ປະເທດ, ບັນດາອົງການໃນພາກພື້ນ ແລະ ສາກົນ ແຊກແຊງເພື່ອສະກັດກັ້ນບັນດາບັ້ນບຸກໂຈມຕີນີ້ ເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສອດຄ່ອງກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Bejamin Nentanyahu  ປະກາດວ່າຈະປະຕິບັດທຸກສິ່ງທຸກຢ່າງທີ່ຈຳເປັນເພື່ອຟື້ນຟູຄວາມໝັ້ນຄົງ ແລະ ໃຫ້ຮູ້ວ່າ ຍຸດທະສາດການທະຫານຍັງຈະແກ່ຍາວ.

ງອກແທກ, ນັກຂ່າວ VOV ປະຈຳ ເອຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ