ການພົບປະຍາມຕົ້ນລະດູບານໃໝ່ປີກຸນຂອງສະໂມສອນຊາວຫວຽດນາມຢູ່ຊຽງຂວາງ ດຳເນີນໄປຢ່າງອົບອຸ່ນ

(VOVWORLD) -       ຕອນຄ່ຳວັນທີ 16 ກຸມພາ, ສະໂມສອນຊາວຫວຽດນາມຢູ່ ຊຽງຂວາງ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນໃນໂອກາດລະດູບານໃໝ່ປີກຸນ 2019.

ທີ່ການພົບປະ, ທ່ານ ຮ່ວາງຢ້ຽວ, ຮອງປະທານສະໂມຊາວຫວຽດນາມຢູ່ ຊຽງຂວາງ ປາດຖະໜາວ່າ, ບັນດາສະມາຊິກຂອງສະໂມສອນ ຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກດ້ານ ເພື່ອພ້ອມກັນພັດທະນາ, ສ້າງສະໂມສອນໃຫ້ນັບມື້ນັບເຂັ້ມແຂງ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ພ້ອມທັງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດລາວ ຢ່າງເຂັ້ມງວດ, ປະກອບສ່ວນສ້າງປະເທດລາວ ໃຫ້ນັບມື້ນັບຮັ່ງມີ; ສ້າງຄວາມໃກ້ຊິດຕິດແທດ ແລະ ເຊື່ອມຕົວເຂົ້າກັບປະຊາຊົນທ້ອງຖິ່ນ ເພື່ອກ່າຍເປັນຂົວເຊື່ອມຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

        ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ປາດຖະໜາວ່າ, ພໍ່ແມ່ປະຊາຊົນ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ, ຮັກສາມູນເຊື້ອ, ວັດທະນະທຳຂອງຊາດ ແລະ ສືບທອດໃຫ້ແກ່ລຸ້ນຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ