ການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຖືກຈັດຂຶ້ນຢູ່ຫໍສະພາແຫ່ງຊາດຢ່າງສົມກຽດ

(VOVWORLD) -     ຕອນບ່າຍວັນທີ 6 ມັງກອນ, ຢູ່ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດ ການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ ຂອງສະພາແຫ່ງຊາດຫວຽດນາມ ( ວັນທີ 6 ມັງກອນປີ 1946 - ວັນທີ 6 ມັງກອນປີ 2021) ຂຶ້ນຢ່າງສົມກຽດ
ການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຖືກຈັດຂຶ້ນຢູ່ຫໍສະພາແຫ່ງຊາດຢ່າງສົມກຽດ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຟູ້ຈ້ອງ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມການພົບປະສັງສັນ

    ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມການພົບປະສັງສັນເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ ຂອງສະພາແຫ່ງຊາດຫວຽດນາມ .     

     ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ : ໂດຍສືບທອດມູນເຊື້ອຂອງ ສະພາແຫ່ງຊາດຫວຽດນາມ ຜ່ານ 13 ຊຸດ, ດ້ວຍຈິດໃຈສາມັກຄີ, ປະດິດຄິດສ້າງ, ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ບັນລຸບັນດາໝາກຜົນຮອບດ້ານພໍສົມຄວນ ໃນບັນດາຂົງເຂດຈາກ ນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງການທູດລັດຖະສະພາ, ປະກອບສ່ວນເຂົ້າໃນບັນດາຜົນງານທີ່ຍິ່ງໃຫຍ່ ມີຄວາມໝາຍປະຫວັດສາດຂອງປະເທດຊາດໃນ 35 ປີ ແຫ່ງການປ່ຽນແປງໃໝ່. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ :

   “  ດ້ານໜຶ່ງ ກໍເອົາໃຈໃສ່ ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນລະອຽດ, ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ໂປ່ງໃສ, ເປີດເຜີຍ. ດ້ານອື່ນ ກໍຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບ, ລັກສະນະປະສິດທິຜົນ, ປະສິດທິພາບຂອງການເຄື່ອນໄຫວຕິດຕາຮມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນ ເຂົ້າສູ່ລວງເລິກໃນຫຼາຍບັນຫາໃຫຍ່ທີ່ອ່ອນດ້ອຍ, ກວມລວມບັນດາຂົງເຂດໃນຊີວິດເສດຖະກິດ-ສັງຄົມ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບຕົວຈິງ ແລະ ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ການເຄືອນໄຫວດ້ານການທູດລັດຖະສະພາ ກໍໄດ້ຮັບການຍູ້ແຮງ,  ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ, ສະແດງໃຫ້ເຫັນແຈ້ງບົດບາດ ແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ແລະ ສະພາແຫ່ງຊາດຫວຽດນາມໃນວົງຄະນະຍາດສາກົນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມໃນພາກພື້ນ ແລະ ສາກົນ”

ຕອບກັບ

ຂ່າວ/ບົດ​ອື່ນ