ການພົວພັນ ອາເມລິກາ - ລັດເຊຍ ພວມພັດທະນາຕາມທິດແທດຈິງ

ການພົວພັນ ອາເມລິກາ - ລັດເຊຍ ພວມພັດທະນາຕາມທິດແທດຈິງ - ảnh 1
ພາບປະກອບ

(vovworld) – ກ່າວ​ຄຳ​ເຫັນ​ເມື່ອ​ວັນ​ທີ 5/8, ​ໂຄສົກ​ທຳນຽບຂ່າວ ທ່ານ Jay Carney ຖື​ວ່າ: ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໃນ​ກ່ວາ 4 ປີ​ຜ່ານ​ມາ​ພວມ​ພັດທະນາ​ຕາມ​ທິດ​ແທດ​ຈິງ. ຕາມ​ສຳນັກງຂ່າວສານ​ລັດ​ເຊຍ ITAR – TASS ​ແລ້ວ, ​ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ສື່​ມວນ​ຊົນ, ທ່ານ Carney ຖື​ວ່າ: ລັກສະນະ​ແທດ​ຈິງ​ໃນ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໄດ້​ສະ​ແດງ​ອອກຢູ່​ບ່ອນ​ວ່າ: ວໍ​ຊິງ​ຕັນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ມົດ​ສະ​ກູ​ໃນ​ທຸກ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພ້ອມ​ທັງ​ຊອກ​ຫາ​ວິທີ​ເຮັດ​ແຈ້ງ​ບັນດາບັນ​ຫາ​ເຊິ່ງທັງ 2 ຝ່າຍ​​ບໍ່​ລົງ​ລອຍ​ກັນ. ທ່ານ Carney ກໍ່​ຢືນຢັນ​ວ່າ: ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຍັງ​ຄົງ​ມີ​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດກຸ່ມບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (ຈີ 20), ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່ St. Peterburg, ປະ​ເທດ ລັດ​ເຊຍ ​​ໃນ​​ເດືອນ 9 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ