ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ

(VOVWORLD) -  ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall 

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຮ່ວມມືກັບ ລາຊະອານາຈັກອັງກິດເປັນສຳຄັນ ແລະ ທ່ານສະແດງຄວາມຊົມເຊີຍເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດບັນລຸໄດ້ຜົນງານຫຼາຍຢ່າງ, ມີການພັດທະນາຢ່າງແຮງ, ຕັ້ງໜ້າ, ຮອບດ້ານ ແລະ ສະເໜີໃຫ້ສອງປະເທດຄວນຈັດຕັ້ງຫຼາຍການເຄື່ອນໄຫວແທດຈິງ, ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023). ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ປັດຈຸບັນ ອັງກິດແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນ, ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຢູ່ຕະຫຼາດເອີລົບ ແລະ ແມ່ນນັກລົງທຶນເອີລົບແຖວໜ້າຢູ່ ຫວຽດນາມ.

ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຜັນຂະຫຍາຍໝາກຜົນຂອງກອງປະຊຸມ COP 26. ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍເມື່ອ G7 ໄດ້ເລືອກເອົາ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທຳອິດເພື່ອໜູນຊ່ວຍປະຕິບັດຄຳໝັ້ນສັນຍາຢູ່ COP 26.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ ກໍ່ຄືການຮ່ວມມືສອງປະເທດໃນສະພາບການຫຼາຍຝ່າຍ, ສອງຝ່າຍໄດ້ເນັ້ນໜັກວ່າ ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກໃນການແກ້ໄຂບັນຫາທົ່ວໂລກ, ພິເສດແມ່ນຕ້ອງມີການປະພຶດທີ່ສອດຄ່ອງໃນການພົວພັນສາກົນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສຳຜັດທົ່ວໂລກ, ເພີ່ມທະວີການສົນທະນາ, ຫລີກລ້ຽງການສູ້ຢັນກັນ.

ຕອບກັບ

ຂ່າວ/ບົດ​ອື່ນ