ການພົວພັນຫວຽດນາມ - ການາດາ ພັດທະນາຢ່າງຕັ້ງໜ້າ, ຮອບດ້ານ ແລະ ມີປະສິດທິຜົນ

(VOVWORLD) -ແຕ່ວັນທີ 26-28 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ການາດາ.

ການພົວພັນຫວຽດນາມ - ການາດາ ພັດທະນາຢ່າງຕັ້ງໜ້າ, ຮອບດ້ານ ແລະ ມີປະສິດທິຜົນ - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ (ພາບ:TTXVN)

ວັນທີ 26 ພະຈິກ, ທີ່ການພົບປະກັບທ່ານຮອງປະທານສະພາຕ່ຳ ການາດາ Bruce Stanton, ທ່ານນາງ ເຈືອງທິມາຍ ໄດ້ສະແດງຄວາມປາຖະໜາ ຢາກສືບຕໍ່ຊຸກຍູ້ການພົວພັນກັບ ການາດາ ຢ່າງແຮງ ແລະ ເລິກເຊິ່ງກວ່າອີກ; ສະເໜີບັນດາຂໍ້ລິເລີ່ມໃໝ່ກ່ຽວກັບການລົງທຶນ ເພື່ອແນໃສ່ຍາດເອົາກາລະໂອກາດທີ່ນຳມາຈາກເລື່ອງທີ່ສອງປະເທດໄດ້ຮັບຮອງເອົາ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ກໍ່ຄືໃນບັນດາຂົງເຂດອື່ນໆ ຄືການສຶກສາບຳລຸງສ້າງ, ການທ່ອງທ່ຽວ, ສາທາລະນະສຸກ…

ສ່ວນທ່ານຮອງປະທານສະພາຕ່ຳ ການາດາ Bruce Stanton ກໍ່ໄດ້ສະແດງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ, ຕີລາຄາສູງບັນດາຄໍາສະເໜີຂອງຄະນະຜູ້ແທນ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະປະກອບສວ່ນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໂດຍກົງ, ໃນນັ້ນມີການພົວພັນທາງຝ່າຍພັກ, ນັບມື້ກ້າວເຂົ້າສູ່ລວງເລິກ, ມີຄຸນນະພາບ, ມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອມຫຼາຍຢ່າງຄື ວິທະຍາສາດ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ໃນໄລຍະຢ້ຽມຢາມຢູ່ ການາດາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ມີການພົບປະເຈລະຈາກັບຄະນະການນຳພັກກອມມູນິດ ການາດາ ມາກຊິດ ເລນິນນິດ, ຢ້ຽມຢາມມະຫາວິທະຍາໄລ McGill, ເຮັດວຽກກັບກຸ່ມການນຳບາງມະຫາວິທະຍາໄລຢູ່ Quebec, ພົບປະ ແລະ ແລກປ່ຽນກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ການາດາ. 

ຕອບກັບ

ຂ່າວ/ບົດ​ອື່ນ