ການ​ຢ້ຽມ​ຢາມ ​ສ.ເກົາ​ຫຼີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ສອງປະເທດໄດ້ອອກຖະແຫຼງຂ່າວສື່ມວນຊົນຮ່ວມດ້ວຍ 8 ເນື້ອໃນໃຫຍ່ຊຸກຍູ້ການພົວພັນຮ່ວມມືພັດທະນາຢ່າງແທ້ຈິງ, ມີປະສິດທິຜົນໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ພົບປະແລກປ່ຽນປະຊາຊົນ ບັນດາຂົງເຂດຮ່ວມມືໃໝ່…
ການ​ຢ້ຽມ​ຢາມ ​ສ.ເກົາ​ຫຼີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕອບສຳພາດຕໍ່ນັກຂ່າວ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ຕອນຄ່ຳວັນທີ 3 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ  30 ມິຖຸນາ ຫາວັນທີ 3 ກໍລະກົດ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ, Han Duck Soo.   ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ນັບແຕ່ເວລາສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນທັນວາ 2022) ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳໜ້າລັດຖະບານ.

ໂດຍຕອບສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ສອງປະເທດໄດ້ອອກຖະແຫຼງຂ່າວສື່ມວນຊົນຮ່ວມດ້ວຍ 8 ເນື້ອໃນໃຫຍ່ຊຸກຍູ້ການພົວພັນຮ່ວມມືພັດທະນາຢ່າງແທ້ຈິງ, ມີປະສິດທິຜົນໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ພົບປະແລກປ່ຽນປະຊາຊົນ ບັນດາຂົງເຂດຮ່ວມມືໃໝ່… ບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດໄດ້ລົງນາມເອກະສານຮ່ວມມື 40 ສະບັບໃນບັນດາຂົງເຂດຫັນເປັນດີຈີຕອນ, ພະລັງງານທົດແທນ, ຫັນເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ການຮ່ວມມືລະຫວ່າງວິສາຫະກິດຂະໜາດກາງ ແລະ ນ້ອຍ, ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ