(vovworld) - ຕອນບ່າຍວັນທີ 08/10, ມີຜູ້ວາງລະເບີດສະຫຼະຊີບໄດ້ບຸກໂຈມຕີແນໃສ່ລົດຂອງກອງທັບຢູ່ແຂວງ Nangarhar, ທາງທິດຕາເວັນອອກ ອາບການິດສະຖານ ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ 4 ຄົນຖືກຮັບບາດເຈັບ. ເຫດການດັ່ງກ່າວຖືກເກີດຂຶ້ນຢູ່ເມືອງເອກ Jalalabad, ແຂວງ Nangarhar, , ຫ່າງຈາກນະຄອນຫຼວງ Kabul ທາງທິດຕາເວັນອອກ 120 ກ.ມ. ເປົ້າໝາຍກໍ່ການຮ້າຍໄດ້ເຮັດໃຫ້ລະເບີດຖືນຳຕົວແຕກ ຢູ່ໃກ້ກັບລົດຂອງກອງທັບ. ບັນດາຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບລ້ວນແຕ່ແມ່ນສາມັນຊົນ.
ແລະກໍໃນວັນດຽວກັນ, ຢູ່ເມືອງ Chaparhar ຂອງແຂວງດັ່ງກ່າວ, ມີລູກລະເບີດລູກໜຶ່ງຕັ້ງຢູ່ແຄມທາງຖືກລະເບີດຂຶ້ນຖືກຂະບວນລົດຂອງກຳລັງຕ່າງປະເທດ, ເຮັດໃຫ້ຢ່າງໜ້ອຍສຸດ 2 ຄົນຂອງກຳລັງນີ້ຖືກຮັບບາດເຈັບ.