ການ​ສົ່ງ​ອອກ​ເກີນ​ດຸນ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 22 ຕື້ USD ໃນ 9 ເດືອນ

(VOVWORLD) - ວົງເງິນນຳເຂົ້າສິນຄ້າໃນ 9 ເດືອນປີນີ້ ບັນລຸ 237.99  ຕື້ USD, ຫລຸດ 13.8 % ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ການ​ສົ່ງ​ອອກ​ເກີນ​ດຸນ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 22 ຕື້ USD ໃນ 9 ເດືອນ - ảnh 1(ພາບ: TTXVN)

      ຕາມຂ່າວຈາກກົມໃຫ່ຍກະຖິຕິ ຫວຽດນາມ ແລ້ວ, ຄາດວ່າ, ໃນເດືອນກັນຍາ, ການສົ່ງອອກເກີນດຸນ ທົ່ວປະເທດບັນລຸ 2.29 ຕື້ USD, ປະກອບສ່ວນຍົກຕົວເລກສົ່ງອອກເກີນດຸນຂອງ ຫວຽດນາມ ໄລ່ລວມໃນ 9 ເດືອນຂອງປີ 2023 ບັນລຸ 21,68 ຕື້ USD.

ລະອຽດແມ່ນ, ຄາດວ່າ, ວົງເງິນສົ່ງອອກສິນຄ້າໃນ 9 ເດືອນ ປີນີ້ ບັນລຸ 259.67 ຕື້ USD, ຫລຸດ 8.2 % ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ກ່ຽວກັບການນຳເຂົ້າສິນຄ້າ, ວົງເງິນນຳເຂົ້າສິນຄ້າໃນ 9 ເດືອນປີນີ້ ບັນລຸ 237.99  ຕື້ USD, ຫລຸດ 13.8 % ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

 ກ່ຽວກັບຕະຫຼາດນຳເຂົ້າສົ່ງອອກ, ໃນ 9 ເດືອນປີນີ້, ອາເມລິກາ ແມ່ນຕະຫຼາດນຳເຂົ້າສິນຄ້າ ຫວຽດນາມ ຫຼາຍກ່ວາໝູ່ ດ້ວຍວົງເງິນນຳເຂົ້າຄາດວ່າບັນລຸກ່ວາ 70 ຕື້ USD, ຈີນ ແມ່ນປະເທດສົ່ງອອກສິນຄ້າຫຼາຍກ່ວາໝູ່ໄປຍັງ ຫວຽດນາມ ດ້ວຍວົງເງິນສົ່ງອອກຄາດວ່າບັນລຸກ່ວາ 79 ຕື້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ