ການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດມີສັນຍາຟື້ນຕົວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ

(VOVWORLD) -ນີ້ແມ່ນກາລະໂອກາດທີ່ສະດວກເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ.
ການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດມີສັນຍາຟື້ນຕົວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ - ảnh 1ຈຳນວນຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາທັງໝົດແມ່ນກວ່າ 51.000 ຄົນ
(ພາບ: cand.com.vn)

ຫວ່າງມໍ່ໆມານີ້, ເມື່ອໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ, ຫຼາຍປະເທດລ້ວນແຕ່ປ່ຽນແປງນະໂຍບາຍຮັບມືກັບໂລກລະບາດໂຄວິດ-19 ເພື່ອຍູ້ແຮງການເຄື່ອນໄຫວຟື້ນຟູເສດຖະກິດ, ຜະລິດດຳເນີນທຸລະກິດ, ຍ້ອນເຫດນັ້ນ, ຄວາມຕ້ອງການຮັບເອົາຜູ້ອອກແຮງງານໄດ້ເພີ່ມຂຶ້ນ. ນີ້ແມ່ນກາລະໂອກາດທີ່ສະດວກເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ. ທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

        “ມາຮອດປະຈຸບັນ, ເລື່ອງສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແມ່ນມີສະຖຽນລະພາບ. ຕາມຕົວເລກໃນ 6 ເດືອນຕົ້ນປີ, ຈຳນວນຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາທັງໝົດແມ່ນກວ່າ 51.000 ຄົນ. ລະອຽດແມ່ນສຸມໃສ່ຕະຫຼາດ ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ ແລະ ບັນດາຕະຫຼາດອື່ນ… ນີ້ແມ່ນສັນຍານຕັ້ງໜ້າ, ສະແດງໃຫ້ເຫັນການຟື້ນຟູການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ