ການ​ຮ່ວມ​ມື​ຊາວ​ໜຸ່ມ​ເພື່ອ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້ພັດ​ທະ​ນາ​ແບບ​ຍື​ນ​ຍົງ

(VOVWORLD) -ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນສະເໜີບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ການຮ່ວມມືໃນອາຊຽນ, ເພື່ອແນໃສ່ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນພາກພື້ນ ແລະ ສ້າງປະຊາຄົມອາຊຽນໃຫ້ພັດທະນາແບບຍືນຍົງ.
ການ​ຮ່ວມ​ມື​ຊາວ​ໜຸ່ມ​ເພື່ອ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້ພັດ​ທະ​ນາ​ແບບ​ຍື​ນ​ຍົງ - ảnh 1ກອງປະຊຸມແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນສະຫງວນໃຫ້ແກ່ຊາວໜຸ່ມ, ປັນຍາຊົນໜຸ່ມພາກພື້ນໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 

 ໂດຍນອນໃນຂອບເຂດ ການຮ່ວມມືຊາວໜຸ່ມອາຊຽນ, ວັນທີ 25 ພະຈິກ ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ເປັນປະທານຮ່ວມຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບນັກວິທະຍາສາດໜຸ່ມ ອາຊຽນ 2020 ດ້ວຍຫົວຂໍ້ວ່າ “ວິທະຍາສາດໜຸ່ມອາຊຽນ: ປຸກລຸກຫົວຄິດປະດິດສ້າງ ແລະ ການປ່ຽນແປງໃໝ່ເພື່ອອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນສະເໜີບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ການຮ່ວມມືໃນອາຊຽນ, ເພື່ອແນໃສ່ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນພາກພື້ນ ແລະ ສ້າງປະຊາຄົມອາຊຽນໃຫ້ພັດທະນາແບບຍືນຍົງ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນງອັກເລືອງ ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ຢັ້ງຢືນວ່າ: ສູນກາງຊາວໜຸ່ມໄດ້ສົ່ງເສີມໃຫ້ນັກວິທະຍາສາດໜຸ່ມອາຊຽນ ຕັ້ງໜ້າເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການ ແລະ ຄວາມຮູ້, ສະເໜີແນວຄວາມຄິດ ແລະ ຂໍ້ລິເລີ່ມກ່ຽວກັບວິທີເຊື່ອມຕໍ່, ເພີ່ມທະວີການຮ່ວມມືລະຫວ່າງ ນັກວິທະຍາສາດໜຸ່ມອາຊຽນນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ