ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະກະຊວງປ້ອງກັນປະເທດການາດາ

ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະກະຊວງປ້ອງກັນປະເທດການາດາ - ảnh 1
ພົນ​ໂທ ຫງວຽນ​ຈີ໋​ວິ້ງ ແລະ ພົນ​ເຮືອ​ຕີ Gilles Couturier
(ພາບ: atin24.com)

(vovworld) – ຕອນ​ບ່າຍ​ວັນ​ທີ 5/6, ທີ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈີ໋​ວິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກົມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກາ​ນາ​ດາ, ໂດຍ​ພົນ​ເຮືອ​ຕີ Gilles Couturier, ຫົວ​ໜ້າ​ກົມນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກາ​ນາ​ດາ ເປັນ​ຫົວໜ້າ​ຄະ​ນະ, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

     ພົນ​ໂທ ຫງວຽນ​ຈີ໋​ວິ້ງ ຖື​ວ່າ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງຄະ​ນະ​ຜູ້​ແທນ ກາ​ນາ​ດາ ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ພົນ​ໂທ ຫງວຽນ​ຈີ໋​ວິ້ງ ສະ​ເໜີ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ຜັນ​ຂະ​ຫຍາຍ, ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ, ບຳ​ລຸງ​ສ້າງ​ພາ​ສາ​ ອັງ​ກິດ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ການ​ບິນ, ວຽກ​ງານ​​ຊອກ​ຫາກູ້​ໄພ​ກູ້​ຊີບ ແລະ ກ້າວໄປ​ເຖີງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ.

    ພົນ​ເຮືອ​​ຕີ Gilles Couturier ໃຫ້ຮູ້​ວ່າ​ ກາ​ນາ​ດາ ຫາ​ກໍ່​ອອກ​ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ - ທັດ​ສະ​ນະ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສະ​ໜັບ​ສະ​ໜູນ​ບັນ​ດາ​ວິ​ທີແກ້​ໄຂ​ຂອງ ຫວຽດ​ນາມ ແນ​ໃສ່​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ກັນດ້ວຍສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ​ຕໍ່​ໜ້າ​ເລື່ອງ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ.




ຂ່າວ/ບົດ​ອື່ນ