ການຮ່ວມມືສອງຝ່າຍຫວຽດນາມ-ຍີ່ປຸ່ນໃນຂົງເຂດກະສິກຳ

ການຮ່ວມມືສອງຝ່າຍຫວຽດນາມ-ຍີ່ປຸ່ນໃນຂົງເຂດກະສິກຳ - ảnh 1
​ຮ້ານ​ວາງ​ສະ​ແດງ​ທີ່ງານ​ຕະ​ຫລາດ​ກະ​ສິ​ກຳ​ສາ​ກົນ
ພາບ:TTXVN

(vovworld)-​​ໃນ​ຂອບ​ເຂດ​ງານ​ຕະ​ຫລາດ​ນັດ​ກະ​ສິ​ກຳ​ສາ​ກົນ​ຄັ້ງ​ທີ 14, ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ແລກ​ປ່ຽນດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 60 ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ທີ່ກອງ​ປະ​ຊຸມ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ສຳ​ພັດ​, ຊອກ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ- ສິນ​ໃນ​ນ້ຳ ເຂົ້າ​ຕະ​ຫລາດ​ຍີ່​ປຸ່ນ. ພ້ອມ​ທັງ​ຊອກ​ຮູ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກົນ​ຈັກ, ອຸ​ປະ​ກອນຮັບ​ໃຊ້​ກະ​ສິ​ກຳ ຈາກບ​ັນ​ດາ​ບໍ​ລິ​ສັດ​ຂອງ​ຍີ່​ປຸ່ນ. ທ່ານ Kennichi Takashima, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ກົນ​ຈັກ​ອຸ​ປະ​ກອນ​ກະ​ສິ​ກຳ ຍີ່​ປຸ່ນ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ກົນ​ຈັກ​ອຸ​ປະ​ກອນ​ກະ​ສິ​ກຳ ຍີ່​ປຸ່ນ ມີ​ສາ​ຂາ​ຢູ່ ຈີນ ແລະ ໄທ, ຫວັງ​ວ່າ ໃນ​ອະ​ນາ​ຄົດ​ຈະ​ສ້​າງ​ຕັ້ງ​ໂຮງ​ງານ​ດັ່ງ​ກ່າວ​ຢູ່​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ມີ​ຜະ​ລິດ​ຕະ​ພັນ​ກົນ​ຈັກ​ທັນ​ສະ​ໄຫມ​ຫລາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ກະ​ສິ​ກຳ. ຫວຽດ​ນາມ ແມ່ນ​ປະ​ເທດ​ກະ​ສິ​ກຳ, ສະ​ນັ້ນ ບັນ​ດາ​ກົນ​ຈັກ​ເຫລົ່າ​ນີ້ ຈະ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫລຸດ​ຜ່ອນ​ກຳ​ລັງ​ແຮງ​ງານ ແລະ ເພີ່ມ​ສະ​ມັດ​ຕະ​ພາບ.”

 

 

ຂ່າວ/ບົດ​ອື່ນ