ການເຄື່ອນໄວຊົມເຊີຍວັນແມ່ຍິງສາກົນ 08 ມີນາ ຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ

(VOVWORLD) - ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິງ, ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີພ້ອມກັນສະແດງ
ການເຄື່ອນໄວຊົມເຊີຍວັນແມ່ຍິງສາກົນ 08 ມີນາ ຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ - ảnh 1ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີ
(ພາບ: TTXVN)

        ວັນທີ 08 ມີນາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດການເຄື່ອນໄຫວຂ່ຳນັບຊົມເຊີຍການສະເຫຼີມສະຫຼອງ 114 ປີແຫ່ງວັນແມ່ຍິງສາກົນ (08 ມີນາ) ແລະ 1984 ປີແຫ່ງວັນລຸກຮື້ຂຶ້ນ ຮາຍບ່າຈຶງ.

        ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິງ, ມີແມ່ຍິງ ແລະ ຜູ້ມັກຮັກຊຸດເຊື້ອຍາວຂອງນະຄອນ ກວ່າ 5.000 ຄົນໄດ້ເຂົ້າຮ່ວມພິທີພ້ອມກັນສະແດງດ້ວຍຫົວຂໍ້ “ຂ້າພະເຈົ້າມັກຮັກຊຸດເສື້ອຍາວ ຫວຽດນາມ”. ຄະນະໄດ້ນຸ່ງຊຸດເສື້ອຍາວເດີນຂະບວນຜ່ານບັນດາເຂດຖະໜົນໃຫຍ່ຂອງນະຄອນ ໂຮ່ຈີມິນ, ຄື: ເລເລ້ຍ, ເລແທງຕົນ, ຫງວຽນເຫ້ວ.

        ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງນະຄອນ ດ່ານັ້ງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະໜັບສະໜູນວັນແມ່ຍິງນີ້, ທ່ານນາງ ຫງວຽນທິຮ່ວຽນ, ຮອງປະທານສະຫະພັນແມ່ຍິງນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

        “ໃນໂອກາດວັນທີ 08 ມີນາ 2024, ສະມາຄົມແມ່ຍິງນະຄອນ ດ່ານັ້ງ ທຸກຂັ້ນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຢາມເຂດປະຫວັດສາດແຫ່ງຕ່າງໆ, ຕອບສະໜອງ “ສັບປະດາຊຸດເສື້ອຍາວ” ໂດຍສູນກາງສະຫະພັນປຸກລະດົມ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຊ່ວຍໃຫ້ເອື້ອຍນ້ອງແມ່ຍິງມີເງື່ອນໄຂຕິດພັນກັນກວ່າ. ທຸກຂັ້ນກໍ່ປຸກລະດົມກິດຈະກຳແຂ່ງຂັນປະກອບແຫຼ່ງກຳລັງໜູນຊ່ວຍບັນດາເອື້ອຍນ້ອງກໍ່ສ້າງ, ສ້ອມແປງເຮືອນຊານ.”

ຕອບກັບ

ຂ່າວ/ບົດ​ອື່ນ