ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢູ່​ແຂວງ ເບ໊ນ​ແຈ

(VOVWORLD) -ຕອນເຊົ້າວັນທີ 17 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຖະຫວາຍດອກໄມ້, ທູບທຽນ ຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດ ຢູ່ແຂວງ ເບ໊ນແຈ. 
ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢູ່​ແຂວງ ເບ໊ນ​ແຈ - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ

ການເຄື່ອນໄຫວນີ້ໄດ້ດຳເນີນກົງກັບ ໂອກາດ ທີ່ແຂວງເບ໊ນແຈ ສະເຫຼີມສະຫຼອງ 60 ປີ ແຫ່ງວັນ ປະຊາຊົນ ທົ່ວແຂວງເບັ໊ນແຈພ້ອມກັນ ລຸກຮື້ຂຶ້ນ ( ວັນທີ 17 ມັງກອນ 1960 – 17 ມັງກອນ 2020), 100 ປີ ແຫ່ງວັນຄ້າຍວັນເກີດຂອງ ວິລະຊົນກຳລັງປະກອບອາວຸດປະຊາຊົນ - ເຊິ່ງແມ່ນນາຍພົນຍິງ ຫງວຽນທິດິ້ງ ( ວັນທີ 15 ມີນາ 1920 – 15 ມີນາ 2020), ແລະກໍ່ແມ່ນໂອກາດທີ່ພໍ່ແມ່ປະຊາຊົນທົ່ວປະເທດກະກຽມຕ້ອນຮັບບຸນເຕັດປີຊວດ 2020.

        ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນ ໄດ້ໄປຈູດທູບທຽນອາໄລຫາ ບັນດາແມ່ຫວຽດນາມ ວິລະຊົນ, ຂຸມຝັງສົບບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ອົງຄະນະພັກ, ທະຫານ ແລະ ປະຊາຊົນ ແຂວງ ເບັ໊ນແຈ ຈະ ເສີມຂະຫຍາຍຈິດໃຈພ້ອມກັນ ລຸກຮື້ຂຶ້ນ ໃນເມື່ອກ່ອນຢ່າງແຮງກ່ວາອີກ, ຍູ້ແຮງຂະບວນການພ້ອມກັນ ລຸກຮື້ຂຶ້ນໃໝ່ຢ່າງຮອບດ້ານ ແລະ ຂ້ຽວຂາດກ່ວາອີກ, ເສີມຂະຫຍາຍທຸກໆແຫຼ່ງກຳລັງ, ກຳລັງພົນເພື່ອພັດທະນາໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ