ການເຄື່ອນໄຫວຂອງທ່ານນາງປະທານາທິບໍດີ ອັກຊັງຕີນ ຢູ່ ຫວຽດນາມ

(vovworld)-  ພິທີຕ້ອນຮັບທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກ​ຊັງ​ຕີນ ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 21/1 ຢູ່ ຮ່າໂນ້ຍ. ພາຍຫລັງພິທີຕ້ອນຮັບ, ທ່ານນາງ Cristina Femandez de Kirchner ປະທານາທິບໍດີ ອັກ​ຊັງ​ຕີນ ໄດ້ເຈລະຈາກັບທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ. ການນຳທັງສອງທ່ານໄດ້ຕີລາຄາສູງສາຍພົວພັນລະຫວ່າງສອງ ປະ​ເທດ ນັບ​ມື້​ນັບ​ພັດທະນາ​ອັນ​ດີງາມ, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ ​ແຕ່ 316 ລ້ານ USD ​ໃນ​ປີ 2007 ​ເພີ່ມ​ຂຶ້ນ​ເຖິງ 1 ຕື້ USD ​ໃນ​ປີ 2012, ນຳ ອັກ​ຊັງ​ຕີນ ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າຢືນ​ອັນ​ດັບ​ທີ 27 ຂອງ ຫວຽດນາມ. ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນຢູ່ ບັນດາ​ເວທີ​ປາ​ໄສ​ສາກົນ ພິ​ເສດ ຢູ່ ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາຕີ​ນ, ອົງການ​ການ​ຄ້າ​ໂລກ. ການ​ນຳ​ສອງທ່າ​ນ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ສອງ​ຝ່າຍ ​ແລະ ສາກົນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.                       

 

ການເຄື່ອນໄຫວຂອງທ່ານນາງປະທານາທິບໍດີ ອັກຊັງຕີນ ຢູ່ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງແລະ ທ່າ​ນນາງ Cristina Femandez de Kirchner ປະທານາທິບໍດີ ອັກ​ຊັງ​ຕີນ
ພາບ:chinhphu.vn

ຕອນບ່າຍ​ວັນ​ທີ 21/1, ​ເມື່ອ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ ທ່າ​ນນາງ Cristina Femandez de Kirchner ປະທານາທິບໍດີ ອັກ​ຊັງ​ຕີນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ໝາກ​ຜົນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ປະທານ​ປະ​ເທດ ​​ຫວຽດນາມ ​ເຈືອງ​ເຕີນ​ຊາງ ກັບ​ທ່ານ​ນາງ​ ປະທານາທິບໍດີ ອັກ​ຊັງ​ຕີນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາງ ປະທານາທິບໍດີ ອັກ​ຊັງ​ຕີນ ຈະ​ເປັນ​ຂີດ​ໝາຍ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອັກ​ຊັງ​ຕີນ ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ເພີ່​ມທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ທູດຍິ່ງ​ກວ່າ​ອີກ, ສະຫນັບສະຫນູນ​ເຊິ່ງກັນ ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ຢູ່ ສະຫະ​ປະຊາ​ຊາດ. ສ່ວນ​       ທ່າ​ນນາງ ປະທານາທິບໍດີ ອັກ​ຊັງ​ຕີນ Cristina Femandez de Kirchner ຢືນຢັນ​ວ່າ: ຍາມ​ໃດ ອັກ​ຊັງ​ຕີນ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາຢາກ​​ເພີ່ມ​ພູ​ນຄູນ​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ກວ່າ​ອີກ ​ໃນ​ທຸກ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ບັນດາ​ຜະ​ລິດ​ຕະພັນ​ກະ​ເສດ, ພະລັງງານ, ກົນ​ຈັກ, ຜະລິດ​ເກີບ​ຫນັງ.

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບທ່ານ​ນາງ Cristina Femandez de Kirchner ປະທານາທິບໍດີ ອັກ​ຊັງ​ຕີນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ເນັ້ນ​ຫນັກ​ວ່າ ຫວຽດນາມ ​ແລະ ອັກ​ຊັງ​ຕີນ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ. ສະພາ​ແຫ່ງ​ຊາດ ຫວຽດນາມ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ລັດຖະສະພາ​ສອງ​ຝ່າຍ ກັບ​ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ ​ໃນ​ນັ້ນ ມີ​ອັກ​ຊັງ​ຕີນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນຢັນ​ວ່າ​: ຍາມ​ໃດສະພາ​ແຫ່ງ​ຊາດ ຫວຽດນາມ ກໍ​ສະຫນັບສະຫນູນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ໃນ​ໂລກ. ທ່ານ​ນາງ Cristina Femandez de Kirchner ປາດ​ຖະຫນາ​ຢາກ​ລັດ ​ແລະ ປະຊາຊົນ ອັກ​ຊັງ​ຕີນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ ພ້ອມ​ທັງ​ສະ​ເຫ​ນີ ສະພາ​ແຫ່ງ​ຊາດ ສອງ​ປະ​ເທດ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ປະສານສົມທົບ, ​ແລກປ່ຽນ​ຄະນະ​ຜູ້​ແທນ.

 

 

 

 

 

 

ຂ່າວ/ບົດ​ອື່ນ