ການເຄື່ອນໄຫວຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢູ່ຝລັ່ງ
(ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ)
(vovworld) – “ພັກ, ລັດ ແລະ ລັດຖະບານ ຮັບຮູ້ ແລະ ຕິີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ ເຂົ້າໃນການພົວພັນລະຫວ່າງ 2 ປະເທດ, ກໍ່ຄືການມຸ່ງໄປສູ່ບັນດາພໍ່ແມ່ປະສົບກັບຄວາມເສຍຫາຍຫຼາຍຢ່າງຢູ່ຫວຽດນາມ”. ນັ້ນແມ່ນຄຳຢືນຢັນຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ທີ່ການພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ, ໃນຂອບເຂດການໄປປະຕິບັດງານຢູ່ຝລັ່ງ. ເມື່ອຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຊີ້ແຈ້ງວ່າ.
“ຄວາມສະໜິດຕິດພັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ລຸ້ນຕ່າງໆ ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ຝລັ່ງ. ຂ້າພະເຈົ້າຂໍຕາງໜ້າການນຳສະພາແຫ່ງຊາດ ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ, ການປະກອບສ່ວນຂອງປັນຍາຊົນ, ບັນດານັກວິທະຍາສາດ, ຂອງຜູ້ທີ່ມີອິດທິຜົນຊື່ສຽງນັ້ນ ໄດ້ເປັນການລະດົມກຳລັງໃຈພໍ່ແມ່ປະຊາຊົນປະຕິບັດນະໂຍບາຍກົດໝາຍຂອງຝລັ່ງ ເປັນຢ່າງດີ, ແຕ່ຍາມໃດກໍ່ອວ່າຍເມືອຫາບ້ານເກີດເມືອງນອນ”.