ການເຄື່ອນໄຫວຕ່າງໆຂ່ຳນັບຮັບຕ້ອນງານບຸນ ອອັກອອມບອັກ ຂອງຊາວຂະແມພາກໃຕ້

(VOVWORLD) - ສັບປະດານີ້ລວມມີບັນດາການເຄື່ອນໄຫວວັດທະນະທຳ, ກິລາພື້ນເມືອງ ແລະ “ງານບຸນ ອອັກອອມບອັກ”
ການເຄື່ອນໄຫວຕ່າງໆຂ່ຳນັບຮັບຕ້ອນງານບຸນ ອອັກອອມບອັກ ຂອງຊາວຂະແມພາກໃຕ້ - ảnh 1 ພາບປະກອບ

ຕອນຄ່ຳວັນທີ 16 ພະຈິກ, ຄະນະກຳມະການປະຊາຊົນແຂວງ ຈ່າວີງ, ໄດ້ໄຂ “ສັບປະດາວັດທະນະທຳ, ການທ່ອງທ່ຽວ -  ວັນບຸນອາຫານການກິນ ພາກໃຕ້ ຕິດພັນກັບງານບຸນ ອອັກອອມບອັກ ແຂວງຈ່າວີງ ປີ 2018”. ສັບປະດານີ້ລວມມີບັນດາການເຄື່ອນໄຫວວັດທະນະທຳ, ກິລາພື້ນເມືອງ ແລະ “ງານບຸນ ອອັກອອມບອັກ” ທີ່ວາດພາບບັນດາພິທີກຳທີ່ເປັນມູນເຊື້ອກ່ຽວກັບງານບຸນ ອອັກອອມບອັກ ຂອງຊາວຂະແມ ພາກໃຕ້.  ທີ່ແມ່ນ້ຳ ລອງບິ່ງຂອງນະຄອນ ຈ່າວີງ ໄດ້ຈັດຕັ້ງການຊ່ວງເຮືອງໍ ມູນເຊື້ອຂອງຊາວຂະແມ.

        ແລະກໍ່ໃນວັນດຽວກັນ, ແຂວງ ຊອັກຈັງ ໄດ້ໄຂງານຕະຫຼາດນັດວາງສະແດງການຄ້າ, ການທ່ອງທ່ຽວ, ການສົ່ງເສີມການຄ້າ ແລະ ງານບຸນ ອອັກອອມບອັກ ປີ 2018. ໃນຊຸມວັນຈັດຕັ້ງງານຕະຫຼາດນັດ ມີການເຄື່ອນໄຫວຕ່າງໆຄື: ງານບຸນອາຫານການກິນ ແລະ ງານບຸນແຂ່ງຂັນປຸງແຕ່ງອາຫານທີ່ມີຊື່ວ່າ “ລົດຊາດຂອງຊອັກຈັງ” 2018; ງານບຸນອອັກອອມບອັກຊ່ວງເຮືອງໍຂອງຊາວຂະແມ ດ້ວຍການເຂົ້າຮ່ວມຂອງເຮືອງໍ 50 ລຳທັງຝ່າຍຊາຍ ແລະ ຍິງ…

ຕອບກັບ

ຂ່າວ/ບົດ​ອື່ນ